• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເລີ່ມ​ຕົ້ນການ​ເຮັດ​ວຽກ​ບັ້ນ​ທີ 2 ຂອງ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7

ຕອນເຊົ້າວັນທີ 17 ມິຖຸນາ, ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບ “ແຜນນະໂຍບາຍການລົງທຶນໂຄງການກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ ທາງທິດຕາເວັນຕົກ ຕອນ ຢາເຫງັຍ (ແຂວງ ດັກນົງ) ຫາ ເຈິ່ນແທ່ງ (ແຂວງ ບິ່ງເຟຶອກ)”; ແລະ ປຶກສາຫາລືກ່ຽວກັບການດັດປັບນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ພູດອຍ, ໄລຍະ 2021 – 2030.
ວາລະເຮັດວຽກມື້ທຳອິດຂອງບັ້ນເຮັດວຽກທີ 2 (ພາບ: quochoi.vn)

ເມື່ອປຶກສາຫາລືກ່ຽວກັບແຜນນະໂຍບາຍໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນຕົກ ຕອນ ຢາເຫງັຍ (ແຂວງ ດັກນົງ) ຫາ ເຈິນແທັ່ງ (ແຂວງ ບິ່ງເຟຶອກ), ບັນດາສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບໂດຍເຫັນວ່າ ຈຳເປັນຕ້ອງກໍ່ສ້າງໂຄງການນີ້, ຜ່ານນັ້ນ, ສ້າງຕາໜ່າງຄົມມະນາຄົມທາງດ່ວນໃຫ້ສົມບູນແບບເທື່ອລະກ້າວ, ເປີດສະພາບແວດລ້ອມພັດທະນາໃໝ່ໃຫ້ແກ່ທ້ອງຖິ່ນ.

        ໃນວາລະເຮັດວຽກຕອນເຊົ້າຂອງວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບການດັດປັບແຜນນະໂຍບາຍໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ໄລຍະ 2021 – 2030. ທ່ານ ເຈືອງຊວັນກື່ ສະມາຊິກສະພາແຫ່ງຊາດ ນະຄອນ ຮ່າໂນ້ຍ, ຖືວ່າ:

        “ຂ້າພະເຈົ້າຖືວ່າ ທົ່ວປະເທດເຊື່ອມໂຍງສາກົນ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຕ້ອງພະຍາຍາມເຊື່ອມໂຍງເຂົ້າກັບຊາດ, ຕ້ອງເລີ່ມຈາກການສຶກສາ. ເມື່ອທຽບໃສ່ສະພາບການລວມຂອງທົ່ວໂລກ, ບັນດາໂຮງຮຽນກິນນອນຊົນເຜົ່າໃນປັດຈຸບັນ ແມ່ນດີພໍສົມຄວນ, ດັ່ງນັ້ນ, ຕ້ອງເຂົ້າສູ່ລວງເລິກ, ສະຫງວນແຫຼ່ງງົບປະມານລົງທຶນເພື່ອບຳລຸງສ້າງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍທີ່ມີພອນສະຫວັນ, ຄວາມສາມາດ.”

         ກໍໃນວາລະປະຊຸມດັ່ງກ່າວ, ທ່ານລັດຖະມົນຕີກະຊວງຄົມມະນາຄົມ - ຂົນສົ່ງ ຫງວຽນວັນຖັງ ແລະ ທ່ານລັດຖະມົນຕີ, ປະທານຄະນະກຳມະການຊົນເຜົ່າ ເຮົ່າອາເລັ່ງ ໄດ້ອະພິປາຍ, ເຮັດແຈ້ງບາງບັນຫາໃນຂົງເຂດທີ່ຕົນຮັບຜິດຊອບ./.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບ, ເຈລະຈາກັບທ່ານນາງນາຍົກລັດຖະມົນຕີແພທອງທານ ຊິນະວັດແລະ ສອງທ່ານໄດ້ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ລະຫວ່າງຄະນະລັດຖະບານ ຫວຽດນາມ - ໄທ, ກໍ່ຄືເປັນປະທານຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໄທ.

Top