• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຈຳ​ກັດ​ສິດ​ປຸກ​ລະ​ດົມ​ສົງຄາມ​ກັບ ອີ​ຣານ ຂອງ​ທ່ານ Trump

ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ໄດ້​ຮັບຮອງ​ເອົາ ມະ​ຕິ​​ສະ​​ບັບ​ໜຶ່ງ ໂດຍ​ພັກ​ປະ​ຊາ​ທິ​ປະ​ໄຕ ສະ​ເໜີ ແນ​ໃສ່​ຈຳ​ກັດ​ຄວາມ​ສາ​ມາດ​ຂອງ​ອຳ​ນາດ​ການ​ປົກ​ຄອງປະ​ທາ​ນາ​ທິ​ບໍ​ດີ ທ່ານ Donald Trump ​ທີ່ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຕ້ານ​ຄືນ ອີ​ຣານ ຖ້າ​ຍັງ​ບໍ່ທັນ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ສະ​ພາ​ແຫ່ງ​ຊາດ.
  ຍຸດ​ໂທ​ປະ​ກອນ​ການ​ທະ​ຫານ ອາ​ເມ​ລິ​ກາ ໜູນ​ຊ່ວຍ​ບັ້​ນ​ຮົບ Epic Fury ຢູ່ ອີ​ຣານ (ພາບ: REUTERS)  
ວັນ​ທີ 03 ມິ​ຖຸ​ນາ, ດ້ວຍ​ອັດ​ຕາ​ບັດ​ສະ​ໜັບ​ສະ​ໜູນ 215 ບັດ ແລະ ບັດ​ຄ້ານ 208 ບັດ, ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ໄດ້​ຮັບຮອງ​ເອົາ ມະ​ຕິ​​ສະ​​ບັບ​ໜຶ່ງ ໂດຍ​ພັກ​ປະ​ຊາ​ທິ​ປະ​ໄຕ ສະ​ເໜີ ແນ​ໃສ່​ຈຳ​ກັດ​ຄວາມ​ສາ​ມາດ​ຂອງ​ອຳ​ນາດ​ການ​ປົກ​ຄອງປະ​ທາ​ນາ​ທິ​ບໍ​ດີ ທ່ານ Donald Trump ​ທີ່ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຕ້ານ​ຄືນ ອີ​ຣານ ຖ້າ​ຍັງ​ບໍ່ທັນ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ສະ​ພາ​ແຫ່ງ​ຊາດ. ຕາມ​ມະ​ຕິ​ສະ​ບັບ​ດັ່ງ​ກ່າວ​ແລ້ວ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຈະ​ຕ້ອງ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ເປັນ​ປໍ​ລະ​ປັກ​ຕ້ານ​ຄືນ ອີ​ຣານ ຖ້າ​ບໍ່​ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ ຫຼື ການ​ປະ​ກາດສົງ​ຄາມ​ຢ່າງ​ເປັນ​ທາງ​ການ​ຈາກ ສະ​ພາ​ແຫ່ງ​ຊາດ, ​ຍົກເວັ້ນບັນ​ດາ​ກໍ​ລະ​ນີ​ປ້ອງ​ກັນ​ຕົວ​ສຸກ​ເສີນ​ຕາມ​ຂໍ້​ກຳ​ນົດ​ຂອ​ງ​ລັດ​ຖະ​ທຳ​ມະ​ນູນ. ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາປະ​ຊາ​ທິ​ປະ​ໄຕ ຖື​ວ່າ ສະ​ພາ​ແຫ່ງ​ຊາດ ຕ້ອງ​ຢັ້ງ​ຢືນ​ຄືນ​ບົດ​ບາດ​ຂອງ​ບັນ​ດາ​ຂໍ້​ກຳ​ນົດ​ໃນ​ການກຳ​ນົດ​ສົງ​ຄາມ ແລະ ສັນ​ຕິ​ພາບ​. ​ສະ​ມາ​ຊິກ​ພັກ​ນີ້ຫຼາຍ​ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ທຳ​ນຽບ​ຂາວ​ ອາດ​ຈ​ະ​ເປີດກວ້າງ​ບັ້ນ​ການ​ທະ​ຫານ​ໂດຍບໍ່​ມີ​ການ​ຕິດ​ຕາມກວດ​ກາ​ຢ່າງ​ຄົບ​ຖ້ວນ​ຈາກ​ອົງ​ການ​ນິ​ຕິ​ບັນ​ຍັດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ສ.ເກົາຫຼີ: ການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ

ຫວຽດນາມ - ສ.ເກົາຫຼີ: ການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ

ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ປະ​ເທດ, ຕັ້ງ​ໜ້າ​ປັບ​ປຸງ​ນະ​ໂຍ​ບາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ວ​ິ​ສາ​ຫະ​ກິດ​ສອງ​ປະ​ເທດ​ລົງ​ທຶນ​ເປັນ​ປົກ​ກະ​ຕິ, ຍາວ​ນານ​ຢູ່​ແຕ່​ລະ​ປະ​ເທດ.

Top