• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ Covid - 19 ຢູ່​ຫວ​ຽດ​ນາມ ແລະ ​ໂລກ

ໃນເວລາ 6 ໂມງເຊົ້າຂອງວັນທີ 9 ກັນຍາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ 12ຊົ່ວໂມງຜ່ານໄປ, ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ. ວັນທີ 9 ກັນຍາ ກໍ່ແມ່ນມື້ທີ 7 ທີ່ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ.

 ພາບປະກອບ: suckhoedoisong.vn

ປັດຈຸບັນ, ຫວຽດນາມ ສາມາດປິ່ນປົວຜູ້ຕິດເຊື້ອພະຍາດ Covid – 19 ຫາຍດີໄດ້ 870/1054ຄົນ ແລະ  ມີຜູ້ເສຍຊີວິດ35 ຄົນ.

        ສ່ວນສະພາບການໂລກລະບາດ Covid – 19 ໃນທົ່ວໂລກ, ຕາມເວັບໄຊ ສະຖິຕິ Worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 9 ກັນຍາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ເປັນຈຳນວນເກືອບ 27,72 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 900.000 ຄົນ. ໃນເວລາ 24 ຊົ່ວໂມງທີ່ຜ່ານມາ, ອິນເດຍສືບຕໍ່ຢັ້ງຢືນມີຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດໃໝ່ ຫຼາຍທີ່ສຸດໃນໂລກດ້ວຍຈຳນວນຜູ້ຕິດເຊື້ອໃໝ່ແມ່ນ 89.852 ຄົນ ແລະ ຜູ້ເສຍຊີວິດໃໝ່ແມ່ນ 1.107 ຄົນ, ອັນໄດ້ເຮັດໃຫ້ຍອດຈຳນວນຜູ້ຕິດເຊື້ອ Covid – 19 ຢູ່ປະເທດຂຶ້ນເຖິງ 4,36 ລ້ານຄົນ, ຢືນຢູ່ອັນດັບທີ 2 ຂອງໂລກ ຖັດຈາກ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ຍົກສູງສະຕິຄວາມຮູ້ດ້ານກົດໝາຍ, ຕ້ານການຂຸດຄົ້ນ IUU ໃຫ້ແກ່ປະຊາຊົນ

ຍົກສູງສະຕິຄວາມຮູ້ດ້ານກົດໝາຍ, ຕ້ານການຂຸດຄົ້ນ IUU ໃຫ້ແກ່ປະຊາຊົນ

ນ​ທີ 13 ກັນ​ຍາ​, ກອງ​ບັນ​ຊາ​ການ​ຕຳ​ຫຼວດ​ທະ​ເລ​ເຂດ 4, ສານ​ປະ​ຊາ​ຊົນ​ແຂວງ ກາ​ເມົາ ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່ກ່ຽວ​ຂ້ອງ ຈັດ​ຕັ້ງ ວາ​ລະ​ພິ​ພາກ​ສາ​ຂອງ​ສານ​ຈຳ​ລອງ 2 ສາລະ ຢູ່​ຕາ​ແສງ ດົ່ງ​ຫາຍ ແລະ ຕາ​ແສງ ຫຽບ​ແທັ່ງ​, ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ໃຫ້​ແກ່​ປະ​ຊາ​ຊົນ​ກ່ຽວ​ກັບ​ການ​ຕ້ານ​ຂຸດ​ຄົ້ນ IUU ໃນ​ບໍ​ລິ​ເວນ​.

Top