
ພາບປະກອບ: TTXVN
ຢູ່ຫວຽດນາມ ຕາມຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງ ຂອງວັນທີ 23 ກັນຍາ ຫາ ເວລາ 6 ໂມງຂອງວັນທີ 24 ກັນຍາ, ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ໃນຊຸມຊົນ. ປັດຈຸບັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດ 1.069 ຄົນ ໃນນັ້ນມີ ຜູ້ເສຍຊີວິດ 35 ຄົນ, ຜູ້ທີ່ໄດ້ຮັບການປິ່ນປົວຫາຍດີ 991 ຄົນ.
ແລະກໍ່ໃນວັນທີ 23 ກັນຍາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ປະຈຳ ອົດສະຕາລີ ແລະ ນິວຊີແລນ ແລະ ບໍລິສັດການບິນ Bamboo Airway ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບປະເທດປະຈຳຖິ່ນຈັດສົ່ງພົນລະເມືອງຫວຽດນາມ ເກືອບ 270 ຄົນ ຈາກ ອົດສະຕາລີ ແລະ ນິວຊີແລນກັບມາປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນເກິ່ນເທີ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
(ແຫຼ່ງຄັດຈາກ VOV)