• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ໃນ​ໂລກ

ເຈົ້າໜ້າທີ່ອັງກິດຈະສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ໝາກຜົນຂອງການຄົ້ນຄ້ວາ ແລະ ໄຈ້ແຍກໃນປັດຈຸບັນ ກັບອົງການນີ້. 

 (ພາບປະກອບ: TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 20 ທັນວາ (ຕາມເວລາ ຫວຽດນາມ), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິກ - 19 ສະສົມທັງໝົດ 76.618.478 ຄົນ, ໃນນັ້ນ ມີ 1.691.765ຄົນເສຍຊີວິດ.ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 53.745.819 ຄົນ.ອາເມລິກາພວມແມ່ນປະເທດຖືກຮັບຜົນສະທ້ອນຫນັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 18.077.768 ແລະ ຜູ້ເສຍຊີວິດແມ່ນ 323.401. ຖັດຈາກນັ້ນແມ່ນ: ອິນເດຍ, ບຣາຊິນ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 19 ທັນວາ, ອົງການອະນາໄມໂລກ (WHO)ໃຫ້ຮູ້ວ່າ ພວມຕິດຕໍ່ກັບບັນດາເຈົ້າໜ້າທີ່ອັງກິດຢ່າງແໜ້ນແຟ້ນກ່ຽວກັບເຊື້ອໄວຣັດ SARS – CoV- 2 ສາຍພັນໃໝ່. ໃນສື່ສັງຄົມອອນລາຍTwitter , WHO ໄດ້ຊີ້ແຈ້ງວ່າ ເຈົ້າໜ້າທີ່ອັງກິດຈະສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ໝາກຜົນຂອງການຄົ້ນຄ້ວາ ແລະ ໄຈ້ແຍກໃນປັດຈຸບັນ ກັບອົງການນີ້. WHO ຈະອັບເດດຂໍ້ມູນໄປຍັງບັນດາປະເທດສະມາຊິກ ແລະ ປະຊາຊົນກ່ຽວກັບລັກສະນະ ແລະ ຜົນສະທ້ອນຂອງເຊື້ອໄວຣັດ SARS – CoV- 2 ສາຍພັນໃໝ່ນີ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top