• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອໃໝ່ຕື່ມອີກ 1,52 ລ້ານຄົນ, ໃນນັ້ນ ສ.ເກົາຫຼີ ມີຜູ້ຕິດເຊື້ອລາຍໃໝ່ຫຼາຍທີ່ສຸດເກືອບ 328.000 ຄົນ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອໃໝ່ຕື່ມອີກ 1,52 ລ້ານຄົນ, ໃນນັ້ນ ສ.ເກົາຫຼີ ມີຜູ້ຕິດເຊື້ອລາຍໃໝ່ຫຼາຍທີ່ສຸດເກືອບ 328.000 ຄົນ.

    

ພາບປະກອບ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 10 ມີນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 451 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 6 ລ້ານຄົນ. ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອ ກ່ວາ 81 ລ້ານຄົນ ແລະ ຜູ້ເສຍຊີວິດເກືອບ  988.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອໃໝ່ຕື່ມອີກ 1,52 ລ້ານຄົນ, ໃນນັ້ນ ສ.ເກົາຫຼີ ມີຜູ້ຕິດເຊື້ອລາຍໃໝ່ຫຼາຍທີ່ສຸດເກືອບ 328.000 ຄົນ. ນີ້ແມ່ນວັນທີ 2 ຕິດຕໍ່ກັນທີ່ ສ.ເກົາຫຼີຢັ້ງຢືນມີຜູ້ຕິດເຊື້ອໃໝ່ຫຼາຍກ່ວາ 300.000 ຄົນຕໍ່ວັນ. ຍອດຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນສະນັ້ນຈຶ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ຜູ້ຕິດເຊື້ອມີອາການໜັກເພີ່ມຂຶ້ນ.

ສ່ວນຢູ່ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 9 ມີນາ ຫາເວລາ 16 ໂມງຂອງວັນທີ 10 ມີນາ, ຫວຽດນາມ ມີຜູ້ເຊື້ອໃໝ່ຕື່ມອີກ 160.676 ຄົນ. ດັງນັ້ນມາຮອດປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 5.260.495  ຄົນ, ໃນນັ້ນມີ 2.908.365 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກິຕິ. 

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top