• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 30 ມິ​ຖຸ​ນາ

ຕອນບ່າຍວັນທີ 30 ມິຖຸນາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 116 ກໍລະນີ ຢູ່ 11 ແຂວງ, ນະຄອນ. ໃນນັ້ນ, ນະຄອນ ໂຮ່ຈີມິນ ສືບຕໍ່ແມ່ນທ້ອງຖິ່ນທີ່ມີກໍລະນີຕິດເຊື້ອຫຼາຍທີ່ສຸດ ດ້ວຍ 63 ກໍລະນີ. ໄລ່ມາຮອດປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 16.623 ກໍລະນີ, ໃນນັ້ນ ມີ 6.764 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ ແລະ 80 ກໍລະນີເສຍຊີວິດ.
(ພາບປະກອບ: ກະຊວງສາທາລະນະສຸກ)

ກ່ຽວກັບກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ - 19, ໄລ່ຮອດຕອນບ່າຍວັນທີ 30 ມິຖຸນາ, ກອງທຶນດັ່ງກ່າວ ໄດ້ຮັບເງິນຫຼາຍກວ່າ 104 ຕື້ດົ່ງ ຜ່ານການສົ່ງຂໍ້ຄວາມ ແລະ 7.930 ຕື້ ດົ່ງ ຈາກການປະກອບສ່ວນຂອງບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ.

        ສ່ວນຢູ່ໃນໂລກ, ໄລ່ຮອດຕອນເຊົ້າວັນທີ 30 ມິຖຸນາ, ທົ່ວປະເທດໄດ້ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດກວ່າ 182,5 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,9 ລ້ານຄົນເສຍຊີວິດ. ສະພາບການໂລກລະບາດໂຄວິດ - 19 ໃນທົ່ວໂລກ ນັບມື້ນັບສັບສົນຂຶ້ນຕື່ມ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຍ້ອນໄວຣັດສາຍພັນໃໝ່ Delta ມີທ່າອ່ຽງເພີ່ມຂຶ້ນຢ່າງຮ້າຍແຮງ.

        ຢູ່ ອາຊີ, ມາຮອດປັດຈຸບັນ, ກຳປູເຈຍ ໄດ້ກວດພົບ 22 ກໍລະນີຕິດເຊື້ອຍ້ອນໄວຣັດກາຍພັນໃໝ່ Delta, ໃນຂະນະນັ້ນ, ຈຳນວນກໍລະນີຕິດເຊື້ອພະຍາດໂຄວິດ - 19 ຍ້ອນເຊື້ອໄວຣັດສາຍພັນໃໝ່ Delta ທີ່ເພີ່ມຂຶ້ນໃນຫວ່າງມໍ່ໆມານີ້ ກໍພວມຍູ້ ອິນໂດເນເຊຍ ຕົກເຂົ້າສູ່ສະພາບ “ໄພພິບັດ” ເມື່ອໂຮງໝໍແຫ່ງຕ່າງໆລ້ວນແຕ່ຕົກເຂົ້າສູ່ສະພາບເກີນຂອບເຂດ.

 (ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top