• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ຫວຽດ​ນາມແລະໃນ​ໂລກ

ວັນທີ 8 ມິຖຸນາ, ອົງການຄວບຄຸມ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສ.ເກົາຫຼີ (KDCA) ໄດ້ປະກາດວ່າປະເທດນີ້ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 454 ຄົນ, ໃນນັ້ນ ມີ 435 ຄົນຕິດເຊື້ອໃນຊຸມຊົນອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເຖິງກວ່າ 145.000ຄົນ.
ສະຖານທີ່ສັກວັກຊິນກັນໂຄວິດ - 19ຢູ່ອີຕາລີ (ພາບ: AFP/TTXVN)

ຕາມເວັບໄຊສະຖິຕິworldometers.infoແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 8 ມິຖຸນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 174,4 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ 3,75 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 34,2 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 612.692 ຄົນ.

ຢູ່ອາຊີ, ວັນທີ 8 ມິຖຸນາ, ອົງການຄວບຄຸມ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສ.ເກົາຫຼີ (KDCA) ໄດ້ປະກາດວ່າປະເທດນີ້ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 454 ຄົນ, ໃນນັ້ນ ມີ 435 ຄົນຕິດເຊື້ອໃນຊຸມຊົນອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເຖິງກວ່າ 145.000ຄົນ.

ສ່ວນຢູ່ຫວຽດນາມ,ນັບແຕ່ເວລາ 6 ໂມງ ຫາເວລາ 12 ໂມງຂອງວັນທີ 8 ມິຖຸນາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 76 ຄົນ.  ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 9.103 ຄົນ ໃນນັ້ນມີ ຜູ້ເສຍຊີວິດ 3.509 ຄົນ, 54 ຄົນເສຍຊີວິດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top