• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ມຽນ​ມາ ແລະ ບັນ​ດາ​ບັນ​ຫາ​ຮ້ອນ​ເຮັງ​ຢູ່ ທີ່ກອງ​ປະ​ຊຸມ​ວົງ​ແຄບ AMM-56

ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Masurdi ຖືວ່າ ຮອດເວລາແລ້ວທີ່ຕ້ອງສົ່ງເສີມການເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງຢູ່ມຽນມາ ເພື່ອເປີດຊ່ອງທາງໃຫ້ແກ່ວິທີການແກ້ໄຂດ້ານການເມືອງ.
ກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 56

ສະພາບການມຽນມາ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ໃນຂອບເຂດບັນດາກົນໄກໂດຍ ອາຊຽນນຳພາ ແມ່ນບັນດາເນື້ອໃນໄດ້ເຕື້ອງເຖິງຢູ່ກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 56 (AMM-56) ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 12 ກໍລະກົດ ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນໄດ້ເຂົ້າຮ່ວມກອງະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Masurdi ຖືວ່າ  ຮອດເວລາແລ້ວທີ່ຕ້ອງສົ່ງເສີມການເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງຢູ່ມຽນມາ ເພື່ອເປີດຊ່ອງທາງໃຫ້ແກ່ວິທີການແກ້ໄຂດ້ານການເມືອງ, ຈາກນັ້ນມຸ່ງໄປເຖິງສັນຕິພາບແບບຍືນຍົງ. ທ່ານນາງ ກໍ່ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ສືບຕໍ່ເກີດຂຶ້ນ ແລະ ເພີ່ມຂຶ້ນຢູ່ມຽນມາ, ທ່ານນາງໃຫ້ຮູ້ວ່າ:

ການເຈລະຈາຈະເປີດຊ່ອງທາງໃຫ້ແກ່ວິທີການແກ້ໄຂດ້ານການເມືອງ. ມີແຕ່ວິທີການແກ້ໄຂດ້ານການເມືອງຈຶ່ງພາໄປເຖິງສັນຕິພາບ. ດ້ວຍສະພາບການໃຊ້ຄວາມຮຸນແຮງທີ່ສືບຕໍ່ເພີ່ມຂຶ້ນຢູ່ ມຽນມາ, ພວກຂ້າພະເຈົ້າຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງກ່າວປະນາມການໃຊ້ຄວາມຮຸນແຮງ ຍ້ອນວ່ານີ້ແມ່ນສິ່ງສຳຄັນທີ່ສຸດ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ສະໜອງການໜູນຊ່ວຍດ້ານມະນຸດສະທຳ ແລະ ເຈລະຈາ.

 ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ບຸຍແທັງເຊີນ ໄດ້ສະໜັບສະໜູນ ອາຊຽນ ເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມື, ສົ່ງເສີມການເຂົ້າຮ່ວມ ແລະ ປະກອບສ່ວນຂອງບັນດາຄູ່ຮ່ວມມືໃນພາກພື້ນ, ໜູນຊ່ວຍ ອາຊຽນສ້າງປະຊາຄົມ ແລະ ພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມ.ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານບຸຍແທັງເຊີນ ໄດ້ນເນັ້ນນັກວ່າ ຕ້ອງຮັບປະກັບສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຈລະຈາ COC, ສະເໜີໃຫ້ອາຊຽນຕ້ອງຢຶດໝັ້ນກັບຫຼັກການ ເຊີດຊູກົດໝາຍສາກົນ ແລະ ສົນທິສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top