• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເໜີຜູ້ສະໝັກຮັບເລືອກຕັ້ງຂອງ ຫວຽດນາມ ດຳລົງຕຳແໜ່ງປະທານສານ ITLOS, ອາຍຸການ 2026 – 2035

ເລື່ອງເປັນຄັ້ງທຳອິດ ຫວຽດນາມ ສະໝັກຮັບເລືອກຕັ້ງເຂົ້າ ITLOS ແມ່ນການຕັດສິນໃຈທີ່ຄວາມໝາຍຢ່າງໃຫຍ່ຫຼວງ, ສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຖືກົດໝາຍສາກົນເປັນສຳຄັນ.
ທ່ານ ຮສ.ປອ ນາງ ຫງວຽນທິລານແອັງ (ພາບ: ກະຊວງການຕ່າງປະເທດ)

ວັນທີ 29 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເປັນປະທານກອງປະຊຸມສະເໜີທ່ານ ຮສ.ປອ ນາງ ຫງວຽນທິລານແອັງ, ຮອງຫົວໜ້າສະຖາບັນການຕ່າງປະເທດ, ຜູ້ຮັບສະໝັກເລືອກຕັ້ງຂອງ ຫວຽດນາມ ດຳລົງຕຳແໜ່ງປະທານສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026 – 2035 ກັບຄະນະທູຕານຸທູດບັນດາປະເທດປະຈຳ ຮ່າໂນ້ຍ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ, ເລື່ອງເປັນຄັ້ງທຳອິດ ຫວຽດນາມ ສະໝັກຮັບເລືອກຕັ້ງເຂົ້າ ITLOS ແມ່ນການຕັດສິນໃຈທີ່ຄວາມໝາຍຢ່າງໃຫຍ່ຫຼວງ, ສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຖືກົດໝາຍສາກົນເປັນສຳຄັນ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ກາຍເປັນສະມາຊິກທີ່ຕັ້ງໜ້າ, ປະກອບສ່ວນເຂົ້າວຽກງານລວມຂອງປະຊາຄົມສາກົນ. ການສະເໜີນີ້ກໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຊຸກຍູ້ລັດທິຫຼາຍຝ່າຍ ກໍຄືຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ບົດບາດຂອງແມ່ຍິງໃນບັນດາລະບອບລະບຽບການສາກົນ.

        ຜູ້ຕາງໜ້າຄະນະທູຕານຸທູດບັນດາປະເທດໄດ້ຕີລາຄາສູງຄວາມຕັດສິນໃຈຮັບສະໝັກເລືອກຕັ້ງຂອງ ຫວຽດນາມ, ລະດັບວິຊາສະເພາະ, ບົດຮຽນຂອງຜູ້ສະໝັກເລືອກຕັ້ງຂອງ ຫວຽດນາມ ແລະ ອວຍພອນໃຫ້ ຫວຽດນາມ ປະສົບຜົນສຳເລັດໃນການສະເໜີສຳຄັນດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ

ທ່ານ ເຈິ່ນເກີມຕູ ສະເໜີໃຫ້ 2 ອົງການພົວພັນຕ່າງປະເທດຂອງສອງປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນອັນດີງາມ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງມີໄຊ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ.

Top