• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມ​ສະຫຼອງ 95 ປີ ແຫ່ງວັນ​ສ້າງ​ຕັ້ງ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ

ຫຼາຍການເຄື່ອນໄຫວສະເຫຼີມສະຫຼອງ 95 ປີ ແຫ່ງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ (ວັນທີ 03 ກຸມພາ 1930 – 03 ກຸມພາ 2025) ໄດ້ດຳເນີນໃນວັນທີ 3 ກຸມພາ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
ການນຳພັກ, ລັດ ຫວຽດນາມ ເຂົ້າຮ່ວມລາຍການສະແດງສິລະປະ "95 ປີຈຸດປະກາຍຄາມເຊື່ອໝັ້ນ (ພາບ: bocongan.gov.vn)

 ໃນຕອນຄ່ຳວັນທີ 3 ກຸມພາ, ຢູ່ໂຮງລະຄອນ ໂຮ່ເກືອມ ນະຄອນຫຼວງ ຮ່າໂນ້ຍ, ໄດ້ຈັດລາຍການສະແດງສິລະປະພິເສດ ດ້ວຍຫົວຂໍ້ “95 ປີຈຸດປະກາຍຄວາມເຊື່ອໝັ້ນ”. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ພ້ອມດ້ວຍການນຳພັກ, ລັດ ຫຼາຍທ່ານກໍໄດ້ເຂົ້າຮ່ວມ.

ກໍໃນຕອນຄ່ຳວັນດຽວກັນ, ຢູ່ສະໜາມຫຼວງ 19 ສິງຫາ, ນະຄອນ ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ເປັນເຈົ້າພາບສົມທົບກັບນະຄອນ ຮ່າໂນ້ຍ ຈັດລາຍການສະແດງສິລະປະພິເສດ ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ດ້ວຍຫົວຂໍ້ “95 ປີ - ແສງສະຫວ່າງເຍືອງທາງ”. ລາຍການດັ່ງກ່າວມີການເຂົ້າຮ່ວມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເນັ້ນໜັກວ່າ:

ລາຍການສະແດງສິລະປະສະເຫຼີມສະຫຼອງ 95 ປີ ແຫ່ງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ແມ່ນໂອກາດເພື່ອໃຫ້ພວກເຮົາຫວນຄືນໜ້າປະຫວັດສາດທີ່ສະຫງ່າອົງອາດຂອງພັກ ແລະ ຂອງຊາດ. ລາຍການດັ່ງກ່າວ ເປັນການປະສານສົມທົບລະຫວ່າງຄວາມເຊື່ອໝັ້ນຄວາມເອກອ້າງທະນົງໃຈ ແລະ ຄວາມຄາດຫວັງບືນຕົວຂຶ້ນເພາະວ່າ ປະເທດໜຶ່ງທີ່ຮັ່ງມີເຂັ້ມແຂງນັ້ນ ບໍ່ພຽງແຕ່ຍ້ອນກຳລັງບົ່ມຊ້ອນດ້ານເສດຖະກິດເທົ່ານັ້ນ ຫາກຍັງໄດ້ສະແດງຜ່ານທາງລວງເລິກດ້ານວັດທະນະທຳຄວາມຫຼາກຫຼາຍສີສັນ ທີ່ບໍ່ສາມາດແຕກສະຫຼາຍໄດ້ອີກດ້ວຍ”.

ເນື່ອງໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳ ຢູ່ ໄທ ແລະ ອິດສະຣາແອັນ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳນະຄອນຫຼວງ ປາຣີ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ກໍໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ຂຶ້ນຢ່າງສົມກຽດ.

 

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top