• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍໝູ່ເກາະເຈືອງຊາ (29 ເມສາ 1975 – 29 ເມສາ 2020)

      ກ່ອນນີ້ 45 ປີ (29 ເມສາ 1975 – 29 ເມສາ 2020) ພ້ອມກົມກອງທະຫານເຄື່ອນທັບໄວປານຟ້າແມບ ບຸກເຂົ້າໄຊງອນ, ເຫຼົ່າທັບເຮືອໄດ້ຍາດແຍ່ງກາລະໂອກາດ, ດ້ວຍຄວາມສະຫຼາດຫຼັກແຫຼມ, ອົງອາດກ້າຫານ, ບຸກໂຈມຕີ ປົດປ່ອຍໝູ່ເກາະເຈື່ອງຊາໂດຍບັງເອີນ, ປັດຈຸບັນແມ່ນເມືອງເກາະເຈື່ອງຊາ, ແຂວງແຄ໊ງຮ່ວາ.

ນັກຮົບໝູ່ເກາະເຈື່ອງຊາພວມປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ
(ພາບ: TTXVN)
  ໄຊຊະນະດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈຕໍ່ສູ້ອົງອາດກ້າຫານເທົ່ານັ້ນ ຫາກຍັງແມ່ນ ຄວາມຄາດຫວັງຢາກມີສັນຕິພາບຂອງກອງທັບເຮືອຫວຽດນາມໃນພາລະກິດປົກປັກຮັກສາອະທິປະໄຕປະເທດຊາດຢູ່ທະເລ.         
            ໃນບັ້ນບຸກໂຈມຄັ້ງໃຫຍ່ ແລະລຸກຮື້ຂຶ້ນໃນລະດູບານໃໝ່ ປີ 1975, ການປົດປ່ອຍໝູ່ເກາະເຈືອງຊາ ແລະ ບັນດາໝູ່ເກາະຢູ່ທະເລຕາເວັນອອກແມ່ນມີຄວາມໝາຍສຳຄັນພິເສດ. ຫຼັງຈາກປົດປ່ອຍ 5 ເກາະຢູ່ໝູ່ເກາະເຈື່ອງຊາໃນປີ 1975, ເຫຼົ່າທັບເຮືອໄດ້ສືບຕໍ່ປະຕິບັດໜ້າທີ່ປັບປຸງ, ກໍ່ສ້າງເຈື່ອງຊາ.
      45 ປີທີ່ຜ່ານມາ, ທະຫານ, ປະຊາຊົນຢູ່ເກາະເຈື່ອງຊາ ໄດ້ກ້າວເຂົ້າສູ່ໄລຍະປະຫວັດສາດໃໝ່. ທ່ານພັນເອກ ດິງວັນເກື່ອງ, ຜູ້ຮັບຜິດຊອບການເມືອງເກາະເຈື່ອງຊາ, ກອງພັນນ້ອຍເຈື່ອງຊາ ຢັ້ງຢືນວ່າ:
      ກອງທັປະຊາຊົນບັນດາກຳລັງໃນໝູ່ເກາະເຈື່ອງຊາ ມື້ນີ້ໄດ້ສາມັກຄີກັນເປັນຈິດໜຶ່ງໃຈດຽວກັນແກ້ໄຂຄວາມຫຍຸ້ງຍາກສືບທອດ ໃຫ້ສົມກັບພາລະກິດຂອງ ຮຸ່ນພໍ່ຮຸ່ນອ້າຍກໍ່ສ້າງໝູ່ເກາະໃຫ້ມີຄວາມເຂັ້ມແຂງທາງດ້ານປ້ອງກັນ, ກຽມພ້ອມ ສູ້ຮົບຍອມເສຍສະຫຼະຊີວິດ ເພື່ອປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະເຈື່ອງຊາໄວ້ໃຫ້ ໝັ້ນຄົງເຂັ້ມແຂງໃນທຸກໆກໍລະນີ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top