• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫຼຸ​ບໂຄງ​ການກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ​ ລາວ ຫຼັງ​ໃໝ່

ພາຍຫຼັງການກໍ່ສ້າງມາເປັນເວລາ 38 ເດືອນ, ໂຄງການຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ ໄດ້ກໍ່ສ້າງສຳເລັດຢ່າງຖືກຕ້ອງຕາມມາດຕະຖານຂອງການອອກແບບ, ຄວາມຕ້ອງການໃນການນຳໃຊ້, ຄຸນນະພາບ, ຄວາມປອດໄພ.
ຫໍສະພາແຫ່ງຊາດ ລາວ ຫຼັງໃໝ່ (ພາບ: ກະຊວງກໍສ້າງ ຫວຽດນາມ)

ຕອນບ່າຍວັນທີ 8 ສິງຫາ ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນການສະຫຼຸບໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ, ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ. ນີ້ແມ່ນໂຄງການໂດຍກະຊວງກໍ່ສ້າງ ຫວຽດນາມ ເປັນເຈົ້າຂອງລົງທຶນ, ແມ່ທັບນ້ອຍ 11 ຂຶ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ ແມ່ນ ຜູ້ຮັບເໝົາການກໍ່ສ້າງ

ພາຍຫຼັງການກໍ່ສ້າງມາເປັນເວລາ 38 ເດືອນ, ໂຄງການຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ ໄດ້ກໍ່ສ້າງສຳເລັດຢ່າງຖືກຕ້ອງຕາມມາດຕະຖານຂອງການອອກແບບ, ຄວາມຕ້ອງການໃນການນຳໃຊ້, ຄຸນນະພາບ, ຄວາມປອດໄພ. ໂດຍໄດ້ຮັບກໍ່ສ້າງບົນພື້ນທີ່ດິນຂອງຫໍສະພາແຫ່ງຊາດຫຼັງເກົ່າ ຢູ່ເດີນ ທາດຫຼວງ, ໃຈກາງຂອງນະຄອນຫຼວງ ວຽງຈັນ ດ້ວຍຍອດເງິນລົງທຶນເກືອບ 112 ລ້ານ USD, ໂຄງການສະພາແຫ່ງຊາດຫຼັງໃໝ່ຂອງ ລາວ ໄດ້ກໍ່ສ້າງບົນເນື້ອທີ່ 7000 ຕາແມັດ ປະກອບດ້ວຍ 5ຊັ້ນ ແລະ 1 ຊັ້ນໃຕ້ດິນ. ໂຄງການມີບັນດາຫ້ອງສັບພະຄຸນ ເພື່ອຈັດຕັ້ງເຫດການ ແລະ ພິທີສຳຄັນ ຂອງ ລາວ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top