• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫຼຸບ​ວຽກ​ງານ ​ຫວຽດ​ນາມ​ ເຂົ້າ​ຮ່ວມ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປີ 2020

ທ່ານເລຮ່ວາຍຈຸງ ໄດ້ຍົກອອກບັນດາມາດຕະການເພື່ອແນໃສ່ສືບຕໍ່ຍົກສູງທີ່ຕັ້ງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ຢູ່ສະພາຄວາມໝັ້ນຄົງ ສປຊ ໃນໄລຍະຈະມາເຖິງ ແລະ ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີການປະສານສົມທົບກັນ, ແບ່ງປັນຂໍ້ມູນໃນວຽກງານຄົ້ນຄ້ວາ.

ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: nhandan.com.vn)

ຕອນເຊົ້າວັນທີ 28 ທັນວາ, ຢູ່ນະຄອນ ຮະລອງ, ແຂວງກ໋ວາງນິງ, ໜ່ວຍປະຕິບັດງານລະຫວ່າງຂະແໜງກ່ຽວກັບ ວຽກງານ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມສະຫຼຸບ ວຽກງານ ເຂົ້າຮ່ວມ ສະພາຄວາມໝັ້ນຄົງ ສປຊ ຂອງ ຫວຽດນາມ  ໃນປີ 2020 ແລະ ປຶກສາຫາລືກ່ຽວທິດທາງ, ໜ້າທີ່ ໃນໄລຍະຈະມາເຖິງ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ປະຕິບັດສຳເລັດບັນດາໜ້າທີ່ໃນຖານະເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ໄດ້ເປັນຢ່າງດີໃນປີທຳອິດ ຂອງອາຍຸການ, ຕອບສະໜອງໄດ້ບັນດາເປົ້າໝາຍ, ຄວາມຮຽກຮ້ອງ ແລະ ທິດທາງທີ່ໄດ້ວາງອອກ, ເປັນເຈົ້າການໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ ສປຊ. ຜ່ານນັ້ນ, ປະກອບສ່ວນສ້າງສະພາບແວດລ້ອມສາກົນທີ່ມີຄວາມສະດວກ ໃຫ້ແກ່ການພັດທະນາ ແລະ ເຊື່ອມໂຍງຂອງປະເທດຊາດ, ຊຸກຍູ້ການພົວພັນສອງຝ່າຍອັນດີງາມລະຫວ່າງ ຫວຽດນາມ ແລະ ບັນດາປະເທດ.

ທ່ານເລຮ່ວາຍຈຸງ ໄດ້ຍົກອອກບັນດາມາດຕະການເພື່ອແນໃສ່ສືບຕໍ່ຍົກສູງທີ່ຕັ້ງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ຢູ່ສະພາຄວາມໝັ້ນຄົງ ສປຊ ໃນໄລຍະຈະມາເຖິງ ແລະ ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີການປະສານສົມທົບກັນ, ແບ່ງປັນຂໍ້ມູນໃນວຽກງານຄົ້ນຄ້ວາ, ຄາດຄະເນສະພາບການ…ມຸ່ງໄປສູ່ສືບຕໍ່ການປະຕິບັດ ໜ້າທີ່ເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊໃຫ້ສຳເລັດຜົນໃນປີ 2021.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top