• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະພັນ ລັດເຊຍ ຖືກຳລັງນາບຂູ່ ໃນສະພາບການກ່າວເຕືອນຢູ່ລະດັບສູງ

ຕາມທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລ້ວ, ຂໍ້ຕົກລົງໄດ້ຍົກອອກມາໃນສະພາບການບັນດາປະເທດຝ່າຍຕາເວັນຕົກ ມີບັນດາບາດກ້າວທີ່ບໍ່ມີເຈດຕະນາດີ ແນໃສ່ລັດເຊຍ.
  ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin (ພາບ: Reuters)  

ວັນທີ 27 ກຸມພາ ວິທະຍຸກະຈາຍສຽງ RT ຂອງລັດເຊຍ ໄດ້ລົງຂ່າວວ່າ ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ອອກຄຳສັ່ງໃຫ້ທຸກ “ກຳລັງນາບຂູ່” ຂອງປະເທດນີ້ ຢູ່ໃນສະພາບການກ່າວເຕືອນຢູ່ລະດັບສູງທີ່ສຸດ, ໃນນັ້ນ ມີກຳລັງນາບຂູ່ດ້ານນິວເຄຼຍ. ຕາມທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລ້ວ, ຂໍ້ຕົກລົງໄດ້ຍົກອອກມາໃນສະພາບການບັນດາປະເທດຝ່າຍຕາເວັນຕົກ ມີບັນດາບາດກ້າວທີ່ບໍ່ມີເຈດຕະນາດີ ແນໃສ່ລັດເຊຍ.

ຖະແຫຼງການຂອງທ່ານປະທານາທິບໍດີ Vladimir Putin ໄດ້ຍົກອອກມາໃນສະພາບການທີ່ບັນດາປະເທດ ເອີລົບ ໃນວັນທີ 27 ກຸມພາ ໄດ້ຕັດສິນປິດປະຕູທາງອາກາດດ້ວຍເຮືອບິນ ແລະ ບັນດາບໍລິສັດການບິນຂອງ ລັດເຊຍ. ບັນດາປະເທດ ໃນສະຫະພາບ ເອີລົບ (EU) ກໍ່ຄາດວ່າ ຈະຮັບຮອງເອົາບັນດາມາດຕະການລົງໂທດໃໝ່ແນໃສ່ ລັດເຊຍ, ພ້ອມທັງປຶກສາຫາລືກ່ຽວກັບການໜູນຊ່ວຍດ້ານອາວຸດ ແລະ ເຊື້ອເຟີງໃຫ້ແກ່ ຢູແກຼນ. ໃນວັນດຽວກັນ, ບັນດາການນຳກຸ່ມບັນດາພື້ນຖານອຸດສາຫະກຳ ພັດທະນາແຖວໜ້າໂລກ (G7) ກໍ່ອອກຖະແຫຼງການວ່າ ບັນດາປະເທດພັນທະມິດຝ່າຍຕາເວັນຕົກ ຕັດສິນປັດໄຂ່ “ບາງທະນາຄານຂອງ ລັດເຊຍ” ອອກຈາກລະບົບຊຳລະທົ່ວໂລກ SWIFT.


(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top