ວັນທີ 22 ສິງຫາ, ໜ່ວຍງານຂໍ້ລິເລີ່ມຈຳແນກໄລຍະຄວາມໝັ້ນຄົງທາງດ້ານອາຫານແບບບູລະນະການ (IPC), ສຳພັນທະມິດບັນດານັກສັງເກດການ ສະຫະປະຊາຊາດ ມອບໜ້າທີ່ແຈ້ງເຕືອນກ່ຽວກັບວິກິດການທີ່ອາດຈະເກີດຂຶ້ນ ໄດ້ປະກາດບົດລາຍງານໂດຍໃຫ້ຮູ້ວ່າ, ໂດຍອີງໃສ່ຂໍ້ມູນທີ່ເກັບກຳມາໄດ້ແຕ່ວັນທີ 01 ກໍລະກົດ ຮອດວັນທີ 15 ສິງຫາ, ມີປະຊາຊົນປະມານ 514.000 ຄົນ, ໝາຍຄວາມວ່າແມ່ນເກືອບ ¼ ຈຳນວນປະຊາກອນເຂດ ກາຊາ, ພວມຖືກໄພອຶດຫິວ ແລະ ຕົວເລກດັ່ງກ່າວ ຄາດວ່າຈະເພີ່ມຂຶ້ນເປັນ 641.000 ຄົນ ໃນທ້າຍເດືອນ ກັນຍາ ຈະມາເຖິງ.
ທ່ານ Tom Fletcher, ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ຜູ້ຮັບຜິດຊອບບັນດາບັນຫາມະນຸດສະທຳ ໃຫ້ຮູ້ວ່າ, ໄພອຶດຫິວສາມາດສະກັດກັ້ນໄດ້, ພ້ອມກັນນັ້ນກໍ່ໃຫ້ຮູ້ວ່າ, ມີສະບຽງອາຫານເປັນຈຳນວນຫຼາຍ ພວມຢຸດຢູ່ເຂດຊາຍແດນ, ບໍ່ສາມາດສົ່ງເຂົ້າໄປເຂດດິນແດນ ປາແລັດສະຕິນ ໄດ້, ຍ້ອນມີການກີດຂວາງທີ່ເປັນລະບົບຂອງ ອິດສະຣາແອັນ.
ນອກນັ້ນ, ລະບົບສາທາລະນະສຸກ ກໍ່ເຊື່ອມໂຊມລົງຢ່າງຮ້າຍແຮງ, ໃນຂະນະທີ່ຄວາມສາມາດເຂົ້າເຖິງນ້ຳປະປາ ແລະ ເງື່ອນໄຂສຸຂະອະນາໄມຢ່າງຄົບຖ້ວນ ກໍ່ຖືກຫຼຸດລົງຫຼາຍພໍສົມຄວນ.