• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດຄາດວ່າເສດຖະກິດທົ່ວໂລກປີ 2022 ເຕີບໂຕ 4%

ສະຫະປະຊາຊາດ ຖືວ່າ ກຳລັງໜູນເຕີບໂຕທີ່ບັນລຸໄດ້ໃນປີ 2021 ພວມເລີ່ມຊັກຊ້າລົງນັບແຕ່ທ້າຍປີກ່ອນ.
(ພາບປະກອບ: THX/TTXVN)

ພື້ນຖານເສດຖະກິດທົ່ວໂລກ ຄາດວ່າຈະບັນລຸການເຕີບໂຕ 4% ໃນປີ 2022, ຕ່ຳກວ່າເມື່ອທຽບໃສ່ລະດັບ 5,5% ຂອງປີ 2021 ແລະ ຮອດປີ 2023 ຈະຫຼຸດລົງເຫຼືອພຽງ 3,5% ໃນສະພາບການຕິດເຊື້ອພະຍາດໂຄວິດ-19 ພວມແຜ່ລະບາດ ບວກກັບສິ່ງທ້າທາຍກ່ຽວກັບຕະຫຼາດແຮງງານ, ລະບົບສະໜອງ ແລະ ໄພເງິນເຟີ້ເພີ່ມຂຶ້ນສູງ.

        ໃນບົດລາຍງານແງ່ຫວັງ ແລະ ສະພາບການພັດທະນາເສດຖະກິດໂລກ 2022 ເຊິ່ງໄດ້ຍົກອອກມາໃນວັນທີ 13 ມັງກອນ, ສະຫະປະຊາຊາດ ຖືວ່າ ກຳລັງໜູນເຕີບໂຕທີ່ບັນລຸໄດ້ໃນປີ 2021 ພວມເລີ່ມຊັກຊ້າລົງນັບແຕ່ທ້າຍປີກ່ອນ, ອາດເຫັນໄດ້ວ່າ ຢູ່ບັນດາພື້ນຖານເສດຖະກິດໃຫຍ່ຄື: ຈີນ, ສະຫະພາບເອີລົບ (ອີຢູ) ແລະ ອາເມລິກາ ຍ້ອນບັນດາມາດຕະການກະຕຸ້ນເງິນຕາ, ການເງິນຄ່ອຍໆເລີ່ມຫຼຸດລົງ ແລະ ສະພາບລະບົບສະໜອງຖືກຂາດວັກຂາດຕອນພວມປະກົດຂຶ້ນ

        ບົດລາຍງານກໍ່ຊີ້ແຈ້ງວ່າ ພ້ອມກັບສະພາບໂລກລະບາດພວມຜັນແປນັ້ນ, ຄວາມກົດດັນໄພເງິນເຟີ້ນັບມື້ນັບສູງຂຶ້ນຢູ່ບັນດາພື້ນຖານເສດຖະກິດພັດທະນາ ແລະ ບາງພື້ນຖານເສດຖະກິດພວມພັດທະນາ ອັນໄດ້ກໍ່ຄວາມສ່ຽງເຖິງວິວັດທະນາການຟື້ນຟູທົ່ວໂລກ. ບົດລາຍງານກໍ່ກ່າວເຕືອນຜົນສະທ້ອນທີ່ຍາວນານຂອງໂລກລະບາດ ຈະພາໄປເຖິງການຂາດຄວາມສະເໝີພາບລະຫວ່າງບັນດາປະເທດນັບມື້ນັບເພີ່ມຂຶ້ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການ ຫວຽດນາມ ປະຈຳ IAEA, ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການຕ້ານການເຜີຍແຜ່, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງສີ້ນເຊີງ.

Top