• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກລັດຖະສະພາ ເອີຣົບ ໄດ້ຮັບຂໍ້ມູນກ່ຽວກັບ EVFTA ແລະ EVIPA ຢ່າງເລິກເຊິ່ງກ້ວາງຂວາງ

ທາງກະຊວງມີແຜນການຈະຈັດຕັ້ງບັນດາກອງປະຊຸມສຳມະນາຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ ແນໃສ່ແຈ້ງໃຫ້ບັນດາວິສາຫະກິດ ແລະ ທົ່ວສັງຄົມຮັບຊາບກ່ຽວກັບບັນດາທ່າໄດ້ປຽບຂອງ EVFTA ຢ່າງເລິກເຊິ່ງກ້ວາງຂວາງ.

ສະມາຊິກລັດຖະສະພາ ເອີຣົບ ໄດ້ຮັບຂໍ້ມູນກ່ຽວກັບ EVFTA ແລະ EVIPA ຢ່າງເລິກເຊິ່ງກ້ວາງຂວາງ (ພາບ: Baoquocte.vn)

ຕອນບ່າຍວັນທີ 28 ມັງກອນ, ຄະນະກຳມະການ ເອີຣົບ, ສະຫະສະມາຄົມບັນດາວິສາຫະກິດດຳເນີນທຸລະກິດຜະລິດຕະພັນກະເສດ ແລະ ສະບຽງອາຫານ ເອີຣົບ ໄດ້ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາຢູ່ ບຣຸກແຊນ (ປະເທດ ແບນຊິກ) ແນໃສ່ອະທິບາຍຄວາມຂ້ອງໃຈຂອງບັນດາສະມາຊິກລັດຖະສະພາທີ່ກ່ຽວຂ້ອງເຖິງສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA) ລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (ອີຢູ). ກອງປະຊຸມສຳມະນາໄດ້ດຳເນີນກ່ອນການປ່ອນບັດໃຫ້ສັດຕະຍາບັນສັນຍາ 2 ສະບັບດັ່ງກ່າວທີ່ກອງປະຊຸມຄົບຄະນະຂອງລັດຖະສະພາ ເອີຣົບ ໃນກາງເດືອນ ກຸມພາ ຈະມາເຖິງ.

        ທີ່ກອງປະຊຸມສຳມະນາ, ບັນດານັກບັນລະຍາຍທີ່ຕາງໜ້າໃຫ້ບັນດາອົງການຈັດຕັ້ງຂອງ ອີຢູ ພວມເຄື່ອນໄຫວຢູ່ ຫວຽດນາມ ໄດ້ນຳສະເໜີບັນດາການຕີລາຄາກ່ຽວກັບການປະຕິຮູບວິສາຫະກິດ ເຊິ່ງໄດ້ຮັບການປະຕິບັດ, ປັບປຸງສິດຂອງຊາວຜູ້ອອກແຮງງານ, ເງື່ອນໄຂການອອກແຮງງານຢູ່ປະເທດປະຈຳຖິ່ນ.

        ສ່ວນທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄ໊ງ ໃຫ້ຮູ້ວ່າ: ທາງກະຊວງມີແຜນການຈະຈັດຕັ້ງບັນດາກອງປະຊຸມສຳມະນາຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ ແນໃສ່ແຈ້ງໃຫ້ບັນດາວິສາຫະກິດ ແລະ ທົ່ວສັງຄົມຮັບຊາບກ່ຽວກັບບັນດາທ່າໄດ້ປຽບຂອງ EVFTA ຢ່າງເລິກເຊິ່ງກ້ວາງຂວາງ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top