• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມ​ອາຊີບ​ການ​ປະມົງຫວຽດນາມ ຄັດຄ້ານ​ຂໍ້​ກໍານົດຂອງ​ຈີນ​ກ່ຽວ​ກັບ​ການ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​

ວັນທີ 04 ພຶດສະພາ, ສະມາຄົມອາຊີບການປະມົງຫວຽດນາມ ໄດ້ຍື່ນເອກະສານເຖິງຫ້ອງວ່າການລັດຖະບານ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ, ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ກ່ຽວກັບການຄັດຄ້ານເລື່ອງ ຈີນປະກາດໃຊ້ຂໍ້ກໍານົດຫ້າມຈັບຫາປາຢູ່ທະເລຕາເວັນອອກ ປີ 2020.
 ສະມາຄົມອາຊີບການປະມົງຫວຽດນາມ ໃຫ້ຮູ້ວ່າ, ຕາມບັນດາເວັບໄຊສະໜອງຂໍ້ມູນຂ່າວສານແລ້ວ,ຈີນ ໄດ້ປະກາດ “ຂໍ້ກໍານົດຫ້າມຫາປາຢູ່ທະເລຕາເວັນອອກ, ບໍລິເວນຫ້າມຫາປາແມ່ນຈາກເຂດທະເລທາງທິດເໜືອຂອງທະເລຕາເວັນອອກ ຮອດຈຸດພິກັດ 12 ອົງສາເສັ້ນຂະໜານ ເໜືອ, ລວມທັງສ່ວນໜຶ່ງຂອງອ່າວພາກເໜືອ ແລະ ໝູ່ເກາະຮວ່າງຊາ ເຊິ່ງຂຶ້ນກັບອະທິປະໄຕຂອງຫວຽດນາມ, ໂດຍມີຜົນບັງຄັບໃຊ້ແຕ່ວັນທີ 01 ພຶດສະພາ 2020 ຫາວັນທີ 16 ສິງຫາ 2020”.

 ກໍ່າປັ່ນຫາປາຂອງຊາວປະມົງຢູ່ທະເລ (ພາບປະກອບ: baobinhphuoc.vn)

  ສະມາຄົມອາຊີບການປະມົງຫວຽດນາມ ເນັ້ນໜັກວ່າ ຂໍ້ກໍານົດດັ່ງກ່າວໄດ້ລະເມີດອະທິປະໄຕສໍາລັບໝູ່ເກາະຮວ່າງຊາ ແລະ ບັນດາເຂດທະເລຂອງຫວຽດນາມ, ລະເມີດບັນດາສິດ ແລະ ຜົນປະໂຫຍດອັນຊອບທໍາ, ກີດຂວາງຕໍ່ການຜະລິດຢູ່ທະເລຂອງຊາວປະມົງຫວຽດນາມ, ລະເມີດກົດໝາຍສາກົນ.

        ສະມາຄົມອາຊີບການປະມົງຫວຽດນາມ ຄັດຄ້ານການກະທໍາທີ່ໄຮ້ເຫດຜົນຂອງຈີນຢ່າງຮຸນແຮງ. ຂໍ້ກໍານົດດັ່ງກ່າວ ບໍ່ມີຄຸນຄ່າດ້ານນິຕິກໍາ ສໍາລັບບັນດາເຂດທະເລ ທີ່ຂຶ້ນກັບອະທິປະໄຕຂອງຫວຽດນາມ. ຊາວປະມົງຫວຽດນາມ ມີສິດຫາປາໃນບັນດາເຂດທະເລຂຶ້ນກັບອະທິປະໄຕຂອງຫວຽດນາມ ຢ່າງສິ້ນເຊີງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top