• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິຮຽກຮ້ອງຢຸດຍິງລະຫວ່າງ ອິດສະຣາແອນ ແລະ ຮາມາດ ໃນທັນທີ

ມະຕິໄດ້ຮຽກຮ້ອງຕ້ອງສ້າງຄຳສັ່ງຢຸດຍິງ “ໃນທັນທີ ແລະ ຍືນຍົງ ເພື່ອຈຸດປະສົງມະນຸດສະທຳ” ລະຫວ່າງກຳລັງປະກອບອາວຸດ ອິດສະຣາແອນ ແລະ ຂະບວນການ ອິດສະລາມ ຮາມາດ ຂອງ ປາແລດສະຕິນ.
ກອງປະຊຸມຂອງ ສະມັດຊາໃຫຍ່ ສປຊ ກ່ຽວກັບການປະທະກັນຢູ່ ຊາກາ (ພາບປະກອບ THX/TTXVN )

ຕອນບ່າຍວັນທີ 27 ຕຸລາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິຮຽກຮ້ອງໃຫ້ ອິດສະຣາແອນ ແລະ ຮາມາດ ຢຸດຍິງ.

ມະຕິດັ່ງກ່າວໂດຍ ຈໍແດນ ອຸປະຖຳ ໂດຍ ສະມັດຊາໃຫຍ່ ສປຊ ຮັບຮອງເອົາດ້ວຍຈຳນວນບັດສະໜັບສະໜູນ 120 ບັດ, ບັດຕ້ານ 14 ບັດ ແລະ ບັດຂາວ 45 ບັດ. ມະຕິໄດ້ຮຽກຮ້ອງຕ້ອງສ້າງຄຳສັ່ງຢຸດຍິງ “ໃນທັນທີ ແລະ ຍືນຍົງ ເພື່ອຈຸດປະສົງມະນຸດສະທຳ” ລະຫວ່າງກຳລັງປະກອບອາວຸດ ອິດສະຣາແອນ ແລະ ຂະບວນການ ອິດສະລາມ ຮາມາດ ຂອງ ປາແລດສະຕິນ. ມະຕິກໍ່ຮຽກຮ້ອງທຸກໆຝ່າຍເຄົາລົບກົດໝາຍສາກົນ, ປ່ອຍຕົວເປັນອິດສະຫຼະໃນທັນທີ ແລະ ບໍ່ມີເງື່ອນໄຂໃຫ້ທຸກຕົວປະກັນ, ພ້ອມທັງຮັບປະກັນການສະໜອງບັນດາເຄື່ອງຂອງທີ່ຈຳເປັນ “ຕໍ່ເນື່ອງ, ຄົບຖ້ວນ ແລະ ບໍ່ຖືກກີດຂວາງ” ເຖິງປະຊາຊົນພວມຖືກຕົກຄ້າງຢູ່ພາກພື້ນ ໃນສະພາບການມີຂ່າວວ່າ ອິດສະຣາແອນ ໄດ້ເປີດກ້ວາງການເຄື່ອນໄຫວທາງບົກ ແລະ ເພີ່ມທະວີການຖິ້ມລະເບີດຢູ່ເຂດກາຊາ.

(ແຫຼ່ງຄັດຈາກ VOV)

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂປໂລຍ ມາລົງທຶນ

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂປໂລຍ ມາລົງທຶນ

ທ່ານສະເໜີໃຫ້ LOT ນຳໜ້າເປີດສາຍການບິນມາ ຫວຽດນາມ ຄືນໃໝ່, ສືບຕໍ່ຮ່ວມມືກັບບໍລິສັດການບິນແຫ່ງຊາດ Vietnam Airlines ເພື່ອຂຸດຄົ້ນບັນດາສາຍການບິນ

Top