• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບການໃຫ້ສັດຕະຍາບັນບົດສະຫຼຸບງົບປະມານແຫ່ງລັດປີ 2017 ແລະ ໂຄງການສ້າງກົດໝາຍ,ລັດຖະບັນຍັດປີ 2020

      ລັດຖະບານຫວຽດນາມ ໄດ້ຍືນສະເໜີຕໍ່ສະພາແຫ່ງຊາດຕົກລົງແຜນງົບປະມານແຫ່ງລັດ ປີ 2019 ຢູ່ໃນລະດັບເໝາະສົມກວ່າ, ລາຍຮັບຢູ່ພາຍໃນປະເທດເພີ່ມຂຶ້ນ 6,7% ເມື່ອທຽບໃສ່ປີ 2018
ຕອນບ່າຍວັນທີ 11 ມິຖຸນາ, ດ້ວຍບັດເຫັນດີເຫັນພ້ອມຢ່າງສູງ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບການໃຫ້ສັດຕະຍາບັນບົດສະຫຼຸບງົບປະມານແຫ່ງລັດປີ 2017 ແລະ ໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2020, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2019. ທ່ານ ຫວຽນດຶກຫາຍ, ຫົວໜ້າກຳມາທິການການເງິນ, ງົບປະມານແຫ່ງລັດ ຂອງສະພາແຫ່ງຊາດ, ໃຫ້ຮູ້ວ່າ.
        “ໂດຍຖອດຖອນບົດຮຽນໃນຊຸມປີກ່ອນ, ລັດຖະບານຫວຽດນາມ ໄດ້ຍືນສະເໜີຕໍ່ສະພາແຫ່ງຊາດຕົກລົງແຜນງົບປະມານແຫ່ງລັດ ປີ 2019 ຢູ່ໃນລະດັບເໝາະສົມກວ່າ, ລາຍຮັບຢູ່ພາຍໃນປະເທດເພີ່ມຂຶ້ນ 6,7% ເມື່ອທຽບໃສ່ປີ 2018, ຮັບປະກັນລັກສະນະຕົວຈິງ, ສ້າງຄວາມເປັນເຈົ້າການໃນການບໍລິຫານງົບປະມານແຫ່ງລັດ. ຄະນະປະຈຳສະພາແຫ່ງຊາດສະເໜີໃຫ້ລັດຖະບານ ສືບຕໍ່ປະຕິບັດບັນດາມາດຕະການແກ້ໄຂ ເພື່ອຍົກສູງຄຸນນະພາບວຽກງານສ້າງ ແລະ ມອບແຜນງົບປະມານ, ຄິດໄລ່, ຮັບປະກັນລັກສະນະເປັນເຈົ້າການໃນການບໍລິຫານການປະຕິບັດລາຍຮັບ, ລາຍຈ່າຍງົບປະມານແຫ່ງລັດ ໃນຊຸມປີຈະມາເຖິງ”.
        ແລະກໍ່ໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຫໍສະໝຸດ.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top