• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຫວຽດນາມ ກະກຽມໃຫ້ແກ່ການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ - 42ເປັນຢ່າງດີ

      ຕອນບ່າຍວັນທີ 16 ສິງຫາຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ໄດ້ເປັນປະທານກອງປະຊຸມກະກຽມຂອງຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 42 ຫຼື ໄອປາ - 42 ຊຶ່ງຈະຖືກຈັດຂຶ້ນທາງອອນລາຍແຕ່ວັນທີ 23 ຫາວັນທີ25 ສິງຫາໂດຍລາຊະອານາຈັກ ບຣູໄນ ປະທານ ໄອປາ - 42 ເປັນປະທານ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ  ກ່າວຄຳເຫັນທີ່ກອງປະຊຸມ
      ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ຈະນຳໜ້າ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ໄອປາ - 42 ຕາມຄຳເຊີນຂອງປະທານສະພານິຕິບັນຍັດ ລາຊະອານາຈັກ ບຣູໄນ ປະທານ ໄອປາ - 42 ອາດຸນ ຣາມານຕາບ.
    ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ເນັ້ນໜັກວ່າ ການທູດລັດຖະສະພາ ຕ້ອງປະກອບສ່ວນຍົກສູງຖານະບົດບາດ ແລະ ພາບພົດ ແລະ ອິດທິພົນຊື່ສຽງຂອງຫວຽດນາມໃນພາກພື້ນ ແລະ ໃນໂລກ.
    ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ໄດ້ສະເໜີບັນດາອົງການທີ່ກ່ຽວຂ້ອງຈົ່ງຍູ້ໄວລະດັບຄວາມຄືບໜ້າໃນການກະກຽມ ແລະ ຮັບປະກັນຄຸນນະພາບ ບັນດາເນື້ອໃນເຂົ້າຮ່ວມຂອງ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ທີ່ຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 42 ຫຼື ໄອປາ - 42. ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວເນັ້ນວ່າ  ສະພາແຫ່ງຊາດຫວຽດນາມຕ້ອງຊີ້ແຈ້ງເຖິງທັດສະນະກ່ຽວກັບການຮ່ວມມືລະຫວ່າງບັນດາລັດຖະສະພາພາຄີ ໄອປາ ແລະ ບັນດາປະເທດອາຊຽນໃນການ ປ້ອງກັນ, ສະກັດກັ້ນ ໂຄວິດ-19, ໃນນັ້ນມີການແບ່ງປັນກ່ຽວກັບວັກຊິນກັນໂຄວິດ -19
(ແຫຼ່ງຄັດຈາກ VOV)

 

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າອີກ.

Top