• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດສືບຕໍ່ການຊັກຖາມ ແລະ ປຶກສາຫາລືບັນດາຮ່າງເອກະສານ ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ

      ຕອນເຊົ້າວັນທີ 10 ພະຈິກ, ສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ສືບຕໍ່ການຊັກຖາມ ແລະ ຕອບຄຳຊັກຖາມ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການປະຕິບັດບັນດາມະຕິ ຂອງສະພາແຫ່ງຊາດ ກ່ຽວກັບການຕິດຕາມກວດກາຕາມຫົວເລື່ອງສະເພາະ ແລະ ການຊັກຖາມ ໃນອາຍຸການຊຸດທີ XIV ແລະ ບາງມະຕິໃນອາຍຸການຊຸດທີ XIII.

ການຊັກຖາມໃນວັນທີ 9 ພະຈິກ (ພາບ: TTXVN)
      ທ່ານນາຍົກລັດຖະມົນຕີ ຈະກ່າວຄຳເຫັນເພື່ອເຮັດໃຫ້ແຈ້ງ ບາງບັນຫາທີ່ກ່ຽວຂ້ອງຂຶ້ນກັບຄວາມຮັບຜິດຊອບຂອງ ລັດຖະບານ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດໂດຍກົງ ວາລະຊັກຖາມ ແລະ ຕອບຄຳຊັກຖາມໄດ້ ຖ່າຍທອດສົດທາງວິທະຍາສາດກະຈາຍສຽງ ແລະ ໂທລະພາບເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຕິດຕາມ.
ທີ່ວາລະປະຊຸມໃນຕອນບ່າຍວັນທີ 10 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຕາມໜ່ວຍກ່ຽວກັບບັນດາຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ. ບັນດາຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກລວມມີ: ຮ່າງບົດລາຍງານການເມືອງ, ຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2021 – 2030…  
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top