• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລື ກ່ຽວກັບສະພາບການເສດຖະກິດ - ສັງຄົມ

      ໂດຍສືບຕໍ່ໂຄງການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປຶກສາຫາລືຢູ່ໜ່ວຍ ກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານຂອງລັດປີ 2017; ແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານຂອງລັດ, ວິທີການຈັດແບ່ງງົບປະມານສູນກາງປີ 2018 ແລະ ແຜນການການເງິນ - ງົບປະມານແຫ່ງລັດໄລຍະ 3 ປີ 2018 – 2020.

ພາບປະກອບ 
      ສສຊ ສ່ວນຫຼາຍໄດ້ເຫັນດີເປັນເອກະສັນກັບ ບົດລາຍງານ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງລັດຖະບານ; ເຊື່ອໝັ້ນໃນປີ 2017 ທັງໝົດ 13 ຄາດໝາຍອາດຈະບັນລຸໄດ້ໝົດ. ບັນດາ ສສຊ ຖືວ່າ: ລັດຖະບານສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ. ທ່ານ ເຈີ່ນຮ່ວາງເງິນ, ສສຊ ນະຄອນ ໂຮ່ຈີມິນ ມີຄຳເຫັນວ່າ:
      “ການປັບປຸງສະພາບແວດລ້ອມແຫ່ງການລົງທຶນໃນປະຈຸບັນ, ລັດຖະບານພວມເຮັດໄດ້ດີ. ຜ່ານນັ້ນ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຜະລິດ, ດຳເນີນທຸລະກິດ ແລະ ເມື່ອບັນດາວິສາຫະກິດຜະລິດດຳເນີນທຸລະກິດ ທຳມາຫາກິນໄດ້ດີ ເຂົາເຈົ້າຈະເສຍພາສີໃຫ້ລັດຖະບານໄດ້ຫຼາຍ.”
      ສສຊ ບາງທ່ານໄດ້ສະເໜີປ່ຽນໃໝ່ຮູບແບບການເຕີບໂຕ, ຫລຸດຜ່ອນການອີງໃສ່ເຂົ້າການພັດທະນາເສດຖະກິດ ເຂົ້າການຂຸດຄົ້ນຊັບພະຍາກອນທຳມະຊາດ. ບັນດາ ສສຊ ກໍ່ຕີລາຄາສູງ ຄຳຂວັນວາງອອກແມ່ນລັດຖະບານສ້າງສັນ, ເອົາໃຈໃສ່ເຖິງການຮັບໃຊ້ຄວາມເພິ່ງພໍໃຈຂອງປະຊາຊົນ, ຮ່ວມເດີນທາງພ້ອມກັບວິສາຫະກິດ. ທ່ານນາງ ຫວູທິລືວມາຍ, ສສຊ ນະຄອນ ຮ່າໂນ້ຍ ຖືວ່າ:
      “ຂ້າພະເຈົ້າໄດ້ເຫັນດີຕໍ່ມາດຕະການເຊິ່ງລັດຖະບານໄດ້ວາງອອກໃນບົດລາຍງານກ່ຽວກັບເສດຖະກິດ ແລະ ງົບປະມານ. ແຕ່ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຢາກເວົ້າວ່າ ການສ້າງແຜນງົບປະມານໃນປີຕໍ່ໄປ ຕ້ອງອີງໃສ່ແຜນການການເງິນໄລຍະ 5 ປີ ແລະ ແຜນການລົງທຶນແຫ່ງລັດ 5 ປີຍ້ອນວ່າ ແຜນການ 5 ປີແມ່ນກອບກຳນົດທິດໃຫ້ພວກເຮົາ. ກ່ຽວກັບລາຍຈ່າຍໃນການລົງທຶນ ພັດທະນານັ້ນ, ຂ້າພະເຈົ້າຄິດວ່າ, ຕ້ອງສືບຕໍ່ຮັດແໜ້ນລາຍຈ່າຍ ໃນສະພາບໜີ້ສາທາລະນະຕ້ອງຈ່າຍຄ່າດອກເບ້ຍສູງ, ການລົງທຶນຕ້ອງມີຈຸດສຸມ.”
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top