• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບເສດຖະກິດຂອງ ຫວຽດນາມ ໃນເດືອນ ກໍລະກົດ ບັນລຸໝາກຜົນທີ່ໜ້າປະເອີບໃຈຫຼາຍຢ່າງ

ຂົງເຂດຜະລິດອຸດສາຫະກຳໃນເດືອນ ກໍລະກົດ ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ເດືອນ ມິຖຸນາ ແລະ ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
(ພາບປະກອບ: VGP)

ບົດລາຍງານຂອງກົມໃຫຍ່ສະຖິຕິ ຫວຽດນາມ ປະກາດໃນວັນທີ 29 ກໍລະກົດ, ສະແດງໃຫ້ເຫັນວ່າ, ໃນເດືອນ ກໍລະກົດ ແລະ 7 ເດືອນຕົ້ນປີ 2024, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ສະພາບການເສດຖະກິດ - ສັງຄົມຂອງ ຫວຽດນາມ ຍັງຮັກສາທ່າອ່ຽງຕັ້ງໜ້າ, ບັນດາຂະແໜງ, ຂົງເຂດບັນລຸໝາກຜົນສຳຄັນຫຼາຍຢ່າງ, ສ້າງທ່ວງທ່າເຕີບໂຕໃຫ້ບັນດາເດືອນ, ໄຕມາດຕໍ່ໆໄປ.

ຂົງເຂດຜະລິດອຸດສາຫະກຳໃນເດືອນ ກໍລະກົດ ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ເດືອນ ມິຖຸນາ ແລະ ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໄລ່ລວມແລ້ວ, ດັດຊະນີການຜະລິດຂອງທົ່ວຂະແໜງອຸດສາຫະກຳ ຄາດວ່າເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ໄລ່ລວມໃນໄລຍະ 7 ເດືອນ, ຫວຽດນາມ ມີວິສາຫະກິດ 95.000 ກວ່າແຫ່ງຈົດທະບຽນສ້າງຕັ້ງໃໝ່. ພ້ອມກັນນັ້ນ, ມີວິສາຫະກິດກວ່າ 44.000 ແຫ່ງກັບຄືນສູ່ການເຄື່ອນໄຫວ, ຍົກຈຳນວນວິສາຫະກິດສ້າງຕັ້ງໃໝ່ ແລະ ກັບຄືນເຄື່ອນໄຫວໃນ 7 ເດືອນຜ່ານມາຂຶ້ນເກືອບ 139.500 ແຫ່ງ, ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຈຳນວນເງິນລົງທຶນຈາກຕ່າງປະເທດຈົດທະບຽນລົງທຶນເຂົ້າ ຫວຽດນາມ (FDI) ໄລ່ຮອດວັນທີ 20 ກໍລະກົດ ແມ່ນກວ່າ 18 ຕື້ USD, ເພີ່ມຂຶ້ນເກືອບ 5,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ໄລ່ລວມ 7 ເດືອນຂອງປີ 2024, ຍອດວົງເງິນສົ່ງອອກ, ນຳເຂົ້າສິນຄ້າບັນລຸເກືອບ 440 ຕື້ USD, ເພີ່ມຂຶ້ນກວ່າ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

(ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ, ກົນເຊີນ, ກຽບບາກ ນອນຢູ່ບັນດາແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍຖືເອົາສາສະໜາພຸດ ນິກາຍ ຈຸກເລີມ ເປັນແກ່ນສານ - ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ XIII ໂດຍບັນດາເຈົ້າຊີວິດຂອງລາດຊະວົງ ເຈິ່ນ.

Top