• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບກ່ອນການເລືອກຕັ້ງປະທານາທິບໍດີອາເມລິກາ 2020

      ວັນທີ 30 ຕຸລາ, ປະທານາທິບໍດີອາເມລິກາ Donald Trump ແລະ ຜູ້ສະໝັກເລືອກຕັ້ງ ພັກປະຊາທິປະໄຕ ທ່ານ Joe Biden ໄດ້ດຳເນີນບັນດາບັ້ນຂົນຂວາຍຫາສຽງເລືອກຕັ້ງຢູ່ຫຼາຍລັດສຳຄັນຢູ່ທາງທິດຕາເວັນຕົກພາກກາງປະເທດນີ້.

(ພາບ:  AFP/TTXVN)
      ທ່ານ Donald Trump ໄດ້ຈັດການຂົນຂວາຍຫາສຽງເລືອກຕັ້ງ 3 ຄັ້ງຢູ່ 3 ລັດຕ່າງກັນຄື: Waterford Township (ລັດ Michigan), Green Bay (ລັດ Wisconsin) ແລະ Rochester  (ລັດ Minnesota).
    ສ່ວນທ່ານ Biden ໄດ້ມີບົດກ່າວປາໄສ ຂົນຂວາຍການສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງຢູ່ Milwaukee ຂອງລັດ Wisconsin ກ່ອນທີ່ຈັດການຂົນຂວາຍຕາມຮູບການ "drive-in"  ຢູ່ Des Moines, ລັດ Iowa ແລະ ສິ້ນສຸດການຂົນຂວາຍຕາມຮູບການນີ້ຢູ່ St. Paul, ລັດ Minnesota.
     ໃນເຫດການທີ່ກ່ຽວຂ້ອງ, ຢູ່ຫຼາຍລັດຂອງປະເທດອາເມລິກາ ໄດ້ນຳໃຊ້ຮູບການປ່ອນບັດກ່ອນກຳນົດເວລາ, ທັງປ່ອນບັດໂດຍກົງ ແລະ ຜ່ານທາງໄປສະນີ, ກ່ອນວັນເລືອກຕັ້ງຄືວັນທີ 3 ພະຈິກ, ເພື່ອຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ ສາມາດໄປປ່ອນບັດເລືອກຕັ້ງຢ່າງປອດໄພ ໃນສະພາບການໂລກລະບາດໂຄວິດ 19 ຍັງຄຸກຄາມ. ວົງການນັກຊ່ຽວຊານຄາດວ່າ, ປີນີ້, ຈຳນວນຜູ້ມິສິດເລືອກຕັ້ງໄປປ່ອນບັດຈະລື່ນກາຍຕົວເລກ 138 ລ້ານຄົນ ຂອງການປ່ອນບັດເລືອກຕັ້ງປະທານາທິບໍດີປີ 2016.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຕອນບ່າຍວັນທີ 30 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ນັກຮຽນຢູ່ສູນຊ່ວຍເຫຼືອພັດທະນາການສຶກສາໃຫ້ເຊື່ອມຕົວເຂົ້າກັບວົງຄະນະຍາດ ສັງກັດວິທະຍາໄລສ້າງຄູສູນກາງ ແລະ ໂຮງຮຽນສາມັນເອກະຊົນ Hermann Gmeiner ຮ່າໂນ້ຍ.

Top