• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດ Covid – 19 ໃນທົ່ວໂລກ

      ຕາມເວັບໄຊສະຖິຕິທົ່ວໂລກ worldometers.info, ໄລ່ຮອດເວລາ 7 ໂມງ 30 ນາທີ ເຊົ້າວັນທີ 27 ເມສາ (ຕາມເວລາ ຫວຽດນາມ), ໃນທົ່ວໂລກມີຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 2.993.514 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 206.922 ຄົນ. ໂລກລະບາດໄດ້ແຜ່ລະບາດອອກສູ່ 212 ປະເທດ ແລະ ເຂດແຄ້ວນ.
         
ບັນຂີລາຍຊື່ 10 ປະເທດ ມີກໍລະນີຕິດເຊື້ອພະຍາດ ໂກວິດ-19 ກວາ 80.000 ກໍລະນີ (ແຫຼ່ງ Woldometers)
      ອາເມລິກາ ສືບຕໍ່ແມ່ນໃຈກາງຂອງໂລກລະບາດໃນໂລກດ້ວຍຈຳນວນຜູ້ຕິດເຊື້ອພະຍາດ ແມ່ນ 987.160 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 55.413ຄົນ. ຖັດຈາກນັ້ນແທ່ນ ແອັດສະປາຍດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 226.629 ຄົນ ແລະ ຜູ້ເສຍຊີວິດແມ່ນ 23.190 ຄົນ.
            ສະພາບການໂລກລະບາດ ຢູ່ເອີລົບພວມມີທ່າອ່ຽງຫຼຸດລົງຂະນະທີ່ຈຳນວນຜູ້ເສຍຊີວິດຢູ່ບາງປະເທດທີ່ໄດ້ຮັບຖືວ່າແມ່ນໃຈກາງໂລກລະບາດຂອງ ເອີລົບໄດ້ຫຼຸດລົງ. ວັນທີ 26 ເມສາ ອີຕາລີ ຢັ້ງຢືນມີຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ແມ່ນ 260 ຄົນ ຊຶ່ງແມ່ນຢູ່ລະດັບຕ່ຳສຸດນັບແຕ່ວັນທີ 15 ມີນາມາຮອດປັດຈຸບັນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top