• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ໃນໂລກ

      ໄລ່ຮອດ 6 ໂມງ ເຊົ້າຂອງວັນທີ 01 ພຶດສະພາ 2020, ຫວຽດນາມ ຢັ້ງຢືນບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ນອີກ. ເປັນອັນວ່າ, ນັບແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ຫາ 6 ໂມງຂອງວັນທີ 01 ພຶດສະນາ ແມ່ນ 15 ວັນຢ່າງລຽນຕິດ ຫວຽດນາມບໍ່ພົບກໍລະນີຕິດແປດໃດໆໃນວົງຄະນະຍາດ.

ທ່ານໝໍປ່ິນປົວໃຫ້ແກ່ຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຢູ່ ເມັກຊີໂກ (ພາບ: THX/TTXVN)
      ໃນຂະນະນັ້ນ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 3,3 ລ້ານຄົນ ແລະ ມີ 234.000 ຄົນເສຍຊີວິດ ຍ້ອນໂລກລະບາດດັ່ງກ່າວ. ອາເມລິກາ ຍັງຄົງແມ່ນປະເທດຢືນອັນດັບໜຶ່ງໃນໂລກ ກ່ຽວກັບຈໍານວນຜູ້ຕິດເຊື້ອ ແລະ ຈໍານວນຜູ້ເສຍຊີວິດ ຍ້ອນໂລກລະບາດໂຄວິດ - 19. ປັດຈຸບັນ, ປະເທດນີ້ ຢັ້ງຢືນມີຫຼາຍກວ່າ 1, 06 ລ້ານກໍລະນີຕິດເຊື້ອ ແລະ ປະມານ 63.000 ກໍລະນີເສຍຊີວິດ.
        ຢູ່ ເອີຣົບ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຖະແຫຼງວ່າ ປັດຈຸບັນ, ປະເທດນີ້ໄດ້ຜ່ານຜ່າຈຸດເວລາອັນຮ້າຍແຮງທີ່ສຸດຂອງໂລກລະບາດ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ໃນອະທິດໜ້າ ຈະວາງອອກແຜນການຍົກເລີກການປິດລ້ອມ ເຊິ່ງໄດ້ປະຕິບັດໃນທົ່ວປະເທດນັບແຕ່ຕອນຄໍ່າວັນທີ 23 ມີນາ (ຕາມເວລາທ້ອງຖິ່່ນ) ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ນະຄອນຫຼວງ ມົດສະກູຂອງ ລັດເຊຍ ກໍແຈ້ງໃຫ້ຊາບວ່າ ໄດ້ຜ່ານຜ່າໄລຍະຮ້າຍແຮງທີ່ສຸດເຊັ່ນດຽວກັນ.
        ຢູ່ ອາຊີ, ຕອນເຊົ້າວັນທີ 1 ພຶດສະພາ, ຄະນະກໍາມະການສາທາລະນະສຸກ ແຫ່ງຊາດ ຈີນ ໄດ້ປະກາດມີ 12 ກໍລະນີຕິດເຊື້ອໃໝ່ ຢູ່ ຈີນໃນວັນທີ 30 ເມສາ. ກໍໃນວັນທີ 1 ພຶດສະພາ, ສ.ເກົາຫຼີ ສືບຕໍ່ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ. ເພື່ອຮັບມືກັບກໍລະນີ ໂລກລະບາດຈະແກ່ຍາວ, ສ.ເກົາຫຼີ ໄດ້ກະກຽມວິທີແຍກຫ່າງໃນສັງຄົມ ໄປພ້ອມໆກັບການຮັກສາການດໍາລົງຊີວິດເປັນປົກກະຕິ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top