• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ

      ນັບແຕ່ເວລາ 18 ໂມງຂອງວັນທີ 19 ກຸມພາ ຫາເວລາ 6 ໂມງຂອງວັນທີ 20 ກຸມພາ, ຫວຽດນາມ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ -  19 ລາຍໃໝ່ຕື່ມອີກ.
ເດັກນ້ອຍເກີດໃໝ່ ຕິດເຊື້ອພະຍາດໂຄວິດ - 19 ທີ່ໄດ້ຮັບການປິ່ນປົວຫາຍດີ ໃນວັນທີ 19 ກຸມພາ (ພາບ: ກະຊວງສາທາລະນະສຸກ)
      ເປັນອັນວ່າ, ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 20 ກຸມພາ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ສະສົມທັງໝົດ 2.362 ກໍລະນີ, ໃນນັ້ນ ມີ 1.463 ກໍລະນີ ແມ່ນຕິດເຊື້ອຢູ່ພາຍໃນປະເທດ, ມີ 1.627 ກໍລະນີໄດ້ຮັບການປິ່ນປົວຫາຍດີ, ໃນນັ້ນ ມີເດັກນ້ອຍເກີດໃໝ່ 1 ຄົນກໍໄດ້ຮັບການປິ່ນປົວຫາຍດີແລ້ວ. ຈຳນວນກໍລະນີເສຍຊີວິດ ຍັງຄົງແມ່ນ 35 ກໍລະນີ.
        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງເຊົ້າຂອງວັນທີ 20 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 111,2 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 2,46 ລ້ານຄົນເສຍຊີວິດ. ປັດຈຸບັນ, ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດດັ່ງກ່າວ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນຫຼາຍກວ່າ 28,6 ລ້ານຄົນ ແລະ ມີ 507,746 ຄົນ ເສຍຊີວິດ;ຖັດຈາກ ອາເມລິກາ ແມ່ນ ອິນເດຍ ແລະ ບຣາຊິນ.
        ກ່ຽວກັບບັນຫາພັດທະນາວັກຊິນກັນພະຍາດໂຄວິດ - 19, Serbia ໄດ້ກາຍເປັນສູນຜະລິດວັກຊິນ Sputnik  V ຂອງ ລັດເຊຍ ຢູ່  ພາກ ຕາເວັນຕົກ Balkan.
ສ່ວນ ຢູ່ພາກພື້ນ ຕາເວັນອອກກາງ, ອີຣານ ໄດ້ສ້າງຫ້ອງທົດລອງ ໂມເລກຸນ ແບບອັດຕະໂນມັດແຫ່ງທຳອິດ ເພື່ອຮັບໃຊ້ໃຫ້ແກ່ການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top