• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ ໃນວັນທີ 3 ກຸມພາ

      ນັບແຕ່ເວລາ 18 ໂມງ ຂອງວັນທີ 2 ກຸມພາ ຫາເວລາ 6 ໂມງຂອງວັນທີ 3 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ໃນຊຸມຊົນ ຕື່ມອີກ 9 ກໍລະນີ.
 ເອົາຕົວຢ່າງກວດຫາເຊື້ອໄວຣັດ SARS - CoV - 2 ຢູ່ແຂວງ ກວ໋າງນິງ (ພາບ: TTXVN)
      ນັບແຕ່ເວລາ 18 ໂມງ ຂອງວັນທີ 2 ກຸມພາ ຫາເວລາ 6 ໂມງຂອງວັນທີ 3 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ໃນຊຸມຊົນ ຕື່ມອີກ 9 ກໍລະນີ, ໃນນັ້ນ ຢູ່ ຫາຍເຢືອງ 2 ກໍລະນີ, ຮ່າໂນ້ຍ 1 ກໍລະນີ, ຢາລາຍ 04 ກໍລະນີ ແລະ ບິ່ງເຢືອງ 2 ກໍລະນີ. ເປັນອັນວ່າ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 1891 ກໍລະນີ. ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ປິ່ນປົ່ວຫາຍດີ 1.416 ກໍລະນີ ແລະ ມີ 35 ກໍລະນີ ເສຍຊີວິດ.
        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 3 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 104.372.113 ຄົນ, ໃນນັ້ນ ມີ 2.261.970 ຄົນ ເສຍຊີວິດ. ໄລ່ຮອດປັດຈຸບັນ, ອາເມລິກາ ມີ 457.822 ກໍລະນີເສຍຊີວິດ ໃນຈຳນວນ 27.023.425 ກໍລະນີຕິດເຊື້ອ. ຢືນອັນດັບທີ 2 ໃນໂລກ ແມ່ນ ອິນເດຍ, ຖັດຈາກນັ້ນ ແມ່ນ ບຣາຊິນ.
 (ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top