• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂຄວິດ - 19 ຢູ່ຫວຽດນາມ ແລະ ຢູ່ໃນໂລກ

ໃນວັນທີ 29 ພຶດສະພານີ້, ກະຊວງສາທາລະນະສຸກປະກາດວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19ໃໝ່ 890 ຄົນຢູ່ 39 ແຂວງ, ນະຄອນ. ນີ້ແມ່ນຕົວເລກທີ່ຕໍ່າສຸດໃນຮອບເກືອບ 11 ເດືອນທີ່ຜ່ານມາ.

ໃນວັນທີ 29 ພຶດສະພານີ້, ກະຊວງສາທາລະນະສຸກປະກາດວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19ໃໝ່ 890 ຄົນຢູ່ 39 ແຂວງ, ນະຄອນ. ນີ້ແມ່ນຕົວເລກທີ່ຕໍ່າສຸດໃນຮອບເກືອບ 11 ເດືອນທີ່ຜ່ານມາ.

   

ພາບປະກອບ

ໃນວັນດຽວກັນ, ມີຄົນເຈັບ 8,439 ຄົນໄດ້ຮັບການ ປິ່ນປົວຫາຍດີ, ອັນໄດ້ຍົກຈໍານວນກໍລະນີທີ່ປິ່ນປົວຫາຍດີ ຂຶ້ນເຖິງເກືອບ 9,45 ລ້ານຄົນ. ໃນວັນທີ 29 ເດືອນພຶດສະພາ, ບໍ່ມີຜູ້ຕິດເຊື້ອເສຍຊີວິດ.

     ແລະກໍ່ໃນວັນທີ 29 ພຶດສະພາ, ພະແນກສາທາລະນະສຸກຮ່າໂນ້ຍ ໄດ້ປະກາດມີ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 282 ຄົນ. ນີ້ແມ່ນມື້ທີ 41 ທີ່ຮ່າໂນ້ຍ ບໍ່ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19.

       ກ່ຽວກັບສະພາບພະຍາດໂຄວິດ-19 ໃນໂລກນັ້ນ, ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຫຼາຍກວ່າ  402.000ຄົນ ແລະ ມີຜູ້ເສຍຊີວິດ 643 ຄົນ. ຍອດຈຳນວນຜູ້ຕິດເຊື້ອນັບແຕ່ເມື່ອເກີດໂລກລະບາດມາຮອດປັດຈຸບັນ ແມ່ນ 531 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດຫຼາຍກວ່າ 6,31 ລ້ານຄົນ. 3 ປະເທດມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ໃນໂລກໃນ 24 ຊົ່ວໂມງທີ່ຜ່ານມາ ນັ້ນແມ່ນຍີ່ປຸ່ນ ເຢຍລະມັນແລະ ບຣາຊິນ. 3 ປະເທດມີຈຳນວນຜູ້ເສຍຊີວິດ ຫຼາຍກວ່າໝູ່ໃນໂລກໃນ 24 ຊົ່ວໂມງທີ່ຜ່ານມາ ນັ້ນແມ່ນລັດເຊຍ, ອີຕາລີ ແລະ ອົດສະຕາລີ.

     ນັບແຕ່ເກີດໂລກລະບາດມາຮອດປັດຈຸບັນ ອາເມລີກາຍັງຄົງແມ່ນປະເທດມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ໃນໂລກດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ - 19 ຫຼາຍກວ່າ 85,7 ລ້ານຄົນແລະຫຼາຍກວ່າ 1,03 ລ້ານຄົນເສຍຊີວິດ. ຖັດມາແມ່ນອິນເດຍແລະ ບຣາຊິນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top