• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາດຳເນີນທຸລະກິດ ອາເມລິກາ ອາຊຽນ ປາດຖະໜາຢາກຮ່ວມມືຮັກສາການຜະລິດ, ພັດທະນາເສດຖະກິດ ຫວຽດນາມ

      ຕອນເຊົ້າວັນທີ 30 ກັນຍາ, ໂດຍຕອບສະໜອງຕາມຄຳສະເໜີຂອງທ່ານ Ted Osius, ປະທານທັງເປັນຜູ້ອຳນວຍການໃຫຍ່ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເປັນປະທານການເຮັດວຽກກັບຄະນະວິສາຫະກິດຂັ້ນສູງ ຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ແບບໂດຍກົງ ປະສົມກັບທາງໄກ.
ຜູ້ແທນບັນດາປະເທດເຂົ້າຮ່ວມການເຮັດວຽກແບບທາງໄກ (ພາບ: quochoi.vn)
      ເນື້ອໃນຂອງການເຮັດວຽກຄັ້ງນີ້ເພື່ອແນໃສ່ສະແດງຄຳໝັ້ນສັນຍາຂອງເສດຖະກິດພາກເອກະຊົນ ອາເມລິກາ ດ້ວຍບົດບາດເປັນຄູ່ຮ່ວມມື ແລະ ແມ່ນແຫຼ່ງກຳລັງທີ່ໜ້າໄວ້ເນື້ອເຊື່ອໃຈໃນການຊຸກຍູ້ບັນດາເປົ້າໝາຍບຸລິມະສິດ, ພິເສດແມ່ນໃນການຫັນເປັນດີຈີຕອນ ແລະ ພັດທະນາແບບຍືນຍົງຂອງ ຫວຽດນາມ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້  (ພາບ: quochoi.vn)
      ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ທີ່ຕໍ່ມີການພັດທະນາຂອງການພົວພັນ ຫວຽດນາມ - ອາເມລິກາ ໃນຫຼາຍປີຜ່ານມາ, ປະກອບສ່ວນຢ່າງຕັ້ງໜ້າແກ່ການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ, ໂດຍສະເພາະແມ່ນບັນດາເສົາຄ້ຳທີ່ກ່ຽວຂ້ອງເຖິງດ້ານເສດຖະກິດ - ການຄ້າ - ການລົງທຶນ. ທ່ານເວືອງດິ່ງເຫວ້ ເຊື່ອໝັ້ນວ່າ ສິ່ງທີ່ບັນດາວິສາຫະກິດພວມປະເຊີນໜ້າໃນປັດຈຸບັນ ແມ່ນບັນດາຄວາມຫຍຸ້ງຍາກໃນສະເພາະໜ້າ ແລະ ຊົ່ວຄາວ ເພາະວ່າ ຫວຽດນາມ ມີພື້ນຖານທີ່ດີເພື່ອໃຫ້ບັນດາຝ່າຍສືບຕໍ່ຮ່ວມມືແກ່ການເຕີບໂຕແບບຍືນຍົງເພື່ອຄວາມວັດທະນາຖາວອນລວມຂອງສອງປະເທດ ກໍຄືວິສາຫະກິດ ແລະ ປະຊາຊົນສອງປະເທດ. ທ່ານກໍຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນກັບ ອາເມລິກາ ເປັນສຳຄັນ ແລະ ມີຄວາມປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳມາເຊິ່ງປະສິດທິຜົນ ແລະ ຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ສອງປະເທດ, ປະຊາຄົມວິສາຫະກິດ ແລະ ປະຊາຊົນສອງປະເທດ.
        ສ່ວນທ່ານ Ted Osius, ປະທານທັງເປັນຜູ້ອຳນວຍການໃຫຍ່ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ມີຄວາມປາດຖະໜາຢາກຮ່ວມມືພ້ອມກັບລັດຖະບານ ຫວຽດນາມ ເພື່ອຮັກສາການຜະລິດ, ສ້າງວຽກເຮັດງານທຳ ແລະ ຊຸກຍູ້ການພັດທະນາເສດຖະກິດ. ປະຊາຄົມວິສາຫະກິດ ອາເມລິກາ ໃຫ້ຄຳໝັ້ນສັນຍາສະໜັບສະໜູນເປົ້າໝາຍຄວບຄູ່ຂອງ ຫວຽດນາມ ກໍຄືການຮັບມືກັບສະພາບການປົກກະຕິໃໝ່.
(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top