• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຄວາມໝັ້ນຄົງ ສປຊ ໂຮມປະຊຸມດ່ວນກ່ຽວກັບການປະທະກັນລະຫວ່າງລັດເຊຍ - ຢູແກຼນ

ທ່ານ Khaled Khiari, ຜູ້ຊ່ວຍວຽກຂອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາການເມືອງ ແລະ ສ້າງສັນຕິພາບ, ເນັ້ນໜັກວ່າ: ສປຊ ກ່າວປະນາມທຸກໆການບຸກໂຈມຕີ ແນໃສ່ບັນດານະຄອນ, ເທດສະບານ, ບ້ານແຫ່ງຕ່າງໆຢູ່ ຢູແກຼນ ກໍ່ຄືສະຫະພັນລັດເຊຍ.
ສະພາຄວາມໝັ້ນຄົງ ສປຊ ໂຮມປະຊຸມດ່ວນກ່ຽວກັບການປະທະກັນລະຫວ່າງລັດເຊຍ - ຢູແກຼນ (ພາບ:ສຳນັກຂ່າວສານຊິນຮວາ/TTXVN)

ຕອນບ່າຍວັນທີ 30 ທັນວາ (ຕາມເວລາ ນິວຢອກ), ຕາມຂໍ້ສະເໜີຂອງລັດເຊຍ, ສະພາຄວາມໝັ້ນຄົງ ສປຊ ໄດ້ໂຮມວາລະປະຊຸມດ່ວນເພື່ອປຶກສາຫາລືກ່ຽວກັບບັນດາການຜັນແປໃໝ່ໃນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

ກ່າວຄຳເຫັນຕໍ່ບັນດາສະມາຊິກ ສະພາຄວາມໝັ້ນຄົງ ສປຊ, ທ່ານ Khaled Khiari, ຜູ້ຊ່ວຍວຽກຂອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາການເມືອງ ແລະ ສ້າງສັນຕິພາບ, ເນັ້ນໜັກວ່າ: ສປຊ ກ່າວປະນາມທຸກໆການບຸກໂຈມຕີ ແນໃສ່ບັນດານະຄອນ, ເທດສະບານ, ບ້ານແຫ່ງຕ່າງໆຢູ່ ຢູແກຼນ ກໍ່ຄືສະຫະພັນລັດເຊຍ. ທ່ານ Khaled Khiari ຢັ້ງຢືນບັນດາການກະທຳບຸກໂຈມຕີ ເພື່ອແນໃສ່ສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນ ລະເມີດກົດໝາຍມະນຸດສະທຳສາກົນ ແມ່ນບໍ່ອາດຮັບຮູ້ໄດ້ ແລະ ຕ້ອງຢຸດຕິໃນທັນທີ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ອາ​ເມ​ລິ​ກາ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ແທ້​ຈິງ, ເລິກ​ເຊິ​່ງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ

Top