• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ ຫວຽດນາມ ປະຈຳ ລາວ ມອບເງິນສະໜັບສະໜູນພໍ່ແມ່ປະຊາຊົນຖືກເສຍຫາຍຈາກຝົນຕົກໜັກນ້ຳຖ້ວມ

      ຕອນຄ່ຳວັນທີ 12 ສິງຫາ, ທີ່ນະຄອນຫລວງ ວຽງຈັນ, ປະເທດລາວ, ທ່ານ ຫງວຽນແທງຕູງ ອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຕ່າງໜ້າສະຖານທູດມອບຈຳນວນເງິນ 2230 USD

ສະຖານທູດ ຫວຽດນາມ ປະຈຳ ລາວ ມອບເງິນໃຫ້ທ່ານ ເຈີ່ນແທງເມີນເພື່ອສະໜັບສະໜູນ
ພໍ່ແມ່ປະຊາຊົນຖືກເສຍຫາຍຈາກຝົນຕົກໜັກນ້ຳຖ້ວມ
      ໃຫ້ທ່ານ ເຈີ່ນແທງເມີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເພື່ອ ສະໜັບສະໜູນພໍ່ແມ່ປະຊາຊົນບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອທີ່ ຖືກເສຍຫາຍຈາກຝົນຕົກໜັກນ້ຳຖ້ວມ. ທ່ານອັກຄະລັດຖະທູດ ຫງວຽນແທງຕູງ ໃຫ້ຮູ້ວ່າ: ນີ້ແມ່ນຈຳນວນເງິນໂດຍພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການຈັດຕັ້ງ ຫວຽດນາມ ປະຈຳ ລາວ ບໍລິຈາກຢ່າງໜ້ອຍສຸດແມ່ນຜູ້ລະບໍລິຈາກເງິນເດືອນ 1 ວັນ ເພື່ອສະໜັບສະໜູນພໍ່ແມ່ປະຊາຊົນບັນດາແຂວງເຂດຕາເວັນຕົກສ່ຽງເໜືອ ທີ່ຖືກເສຍຫາຍຍ້ອນຝົນຕົກໜັກນ້ຳຖ້ວມຜ່ານມາ. ເຖິງວ່າຈຳນວນເງິນບໍ່ຫລາຍກໍ່ຕາມ ແຕ່ສະແດງໃຫ້ເຫັນນ້ຳໃຈຂອງຊາວ ຫວຽດນາມ ຢູ່ຫ່າງໄກກັບບ້ານເກີດເມືອງນອນ ດ້ວຍຈິດໃຈອຸ້ນຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປາດຖະໜາແບ່ງເບົາຄວາມຫຍຸ້ງຍາກເສຍຫາຍສ່ວນໃດສ່ວນໜຶ່ງ ເຊິ່ງພໍ່ແມ່ປະຊາຊົນບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອໄດ້ປະສົບໃນຊຸມວັນຜ່ານມາ.
        ສ່ວນທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີນ ກໍ່ຂອບນ້ຳຈິດໃຈຂອງພະນັກງານ ພາລະກອນສະຖານທູດ ແລະ ບັນດາອົງການຕ່າງໜ້າ ຫວຽດນາມ ປະຈຳ ລາວ ແລະ ໝັ້ນໝາຍວ່າ ຈະສົ່ງຈຳນວນເງິນດັ່ງກ່າວເຖິງພໍ່ແມ່ປະຊາຊົນໃນໄລຍະເວລາໄວທີ່ສຸດ, ປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນຫລຸດຜ່ອນຄວາມເສຍຫາຍພາຍຫລັງເຫດຝົນຕົກໜັກນ້ຳຖ້ວມ ແລະ ເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top