• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ຈັດຕັ້ງການພົບປະໃນໂອກາດປີໃໝ່

      ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ, ປີ 2022 ເນັ້ນໜັກວ່າ ສອງປະເທດສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (24 ມິຖຸນາ 1967 – 24 ມິຖຸນາ 2022) ແລະ ກໍ່ແມ່ນປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ. 
ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ກ່າວຄຳເຫັນທີ່ການພົບປະແລກປ່ຽນ (ພາບ:TTXVN)
      ຕອນຄ່ຳວັນທີ 16 ມັງກອນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກກຳປູເຈຍ ໄດ້ຈັດຕັ້ງການພົບປະ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2022”. ພະນັກງານ, ພາລະກອນສະຖານທູດ, ບັນດາອົງການຕາງໜ້າ ຫວຽດນາມ ພ້ອມກັບ ພໍ່ແມ່ປະຊາຊົນເຊື້ອຊາດ ຫວຽດນາມ ແລະ ວິສາຫະກິດ ຫວຽດນາມ ໄດ້ຮັບຊົມບາງລາຍການສະແດງສິລະປະທີ່ພົ້ນເດັ່ນ ຕ້ອນຮັບລະດູບານໃໝ່ ແລະ ບັນດາເຍື່ອງອາຫານບຸນເຕັດທີ່ເຂັ້ມຂົ້ນໄປດ້ວຍລົດຊາດຂອງບ້ານເກີດເມືອງນອນ.
      ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ, ປີ 2022 ເນັ້ນໜັກວ່າ ສອງປະເທດສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (24 ມິຖຸນາ 1967 – 24 ມິຖຸນາ 2022) ແລະ ກໍ່ແມ່ນປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ. ສອງປະເທດຈະຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍໃນທຸກຂົງເຂດເພື່ອຕ້ອນຮັບເຫດການສຳຄັນຍິ່ງນີ້.
(ແຫຼ່ງຄັດຈາກ VOV)

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top