ຕອນບ່າຍວັນທີ 08 ເມສາ, ຢູ່ ຮ່າໂນ້ຍ, ສະຖານທູດແຫ່ງ ສປປ.ລາວ ປະຈຳ ສສ. ຫວຽດນາມ ໄດ້ຈັດພິທີຕ້ອນຮັບບຸນປີໃໝ່ ພ.ສ 2569 ຢ່າງສົມກຽດ.
ເຂົ້າຮ່ວມເຫດການມີທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ; ທ່ານນາງ ວໍທິແອັງຊວັນ, ເລຂາທິການສູນກາງພັກ, ຮອງປະທານປະເທດ ຫວຽດນາມ, ພ້ອມກັບບັນດາການນຳກະຊວງ, ຄະນະ, ຂະແໜງການສູນກາງ, ບັນດາແຂວງ, ນະຄອນ ແລະ ອົງການ, ໝູ່ຄະນະ, ອົງການຈັດຕັ້ງມິດຕະພາບ 2 ປະເທດ.
ກ່າວຄຳເຫັນທີ່ພິທີ, ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ສະແດງຄວາມເປັນກຽດທີ່ໄດ້ຕ້ອນຮັບບັນດາການນຳຂັ້ນສູງ ສສ.ຫວຽດນາມ ເຂົ້າຮ່ວມ, ຜ່ານນັ້ນກໍ່ສະແດງໃຫ້ເຫັນນ້ຳໃຈເພື່ອນມິດສະຫາຍ, ອ້າຍນ້ອງທີ່ໃກ້ຊິດສະໜິດສະໜົມ ແລະ ສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງໃນໂລກລະຫວ່າງ 2 ປະເທດ. ບຸນປີໃໝ່ແມ່ນໜຶ່ງໃນບັນດາງານບຸນໃຫຍ່ທີ່ສຸດຂອງ ລາວ, ມີຄວາມໝາຍທີ່ຄ້າຍຄືກັນກັບ ບຸນເຕັດຂອງ ຫວຽດນາມ, ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວເຕົ້າໂຮມກັນ, ອວຍພອນສິ່ງໂຊກລາບ ແລະ ຄວາມຜາສຸກ. ນີ້ກໍ່ແມ່ນຈຸດຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອເຊິ່ງໄດ້ຈັດຂຶ້ນໃນທຸກໆປີ.








