• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານລ້ຽງເນື່ອງໃນວັນຊາດທີ 2 ທັນວາ

      ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ອວຍພອນວັນຊາດລາວ ແລະ ມີຄວາມ ເຊື່ອໝັ້ນວ່າ ໄລຍະຈະມາເຖິງ

ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ກ່າວຄຳເຫັນທີ່ພິທີ
      ຕອນຄ່ຳວັນທີ 29 ພະຈິກ, ເນື່ອງໃນໂອກາດສະເຫຼີມສະຫຼອງ 42 ປີແຫ່ງວັນສະຖາປະນາປະເທດ ສປປ ລາວ (02/12/1975 – 02/12/2017) ແລະ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017), ສະຖານທູດ ລາວ ປະຈຳ ຫວຽດນາມ ໄດ້ຈັດຕັ້ງງານລ້ຽງຂ່ຳນັບຮັບຕ້ອນວັນຊາດ ລາວ ຢ່າງສົມກຽດ.
        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ທອງສະຫວັນ ພົມວິຫານ ໄດ້ແຈ້ງບັນດາໝາກຜົນເຊິ່ງພັກ, ລັດ ແລະ ປະຊາຊົນ ລາວ ບັນລຸໄດ້ໃນຕະຫຼອດ 42 ປີຜ່ານມາ ແລະ ຂອບອົກຂອບໃຈການຊ່ວຍເຫຼືອ ແລະ ການສະໜັບສະໜູນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

ພາບປະກອບ
      ໂດຍຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ອວຍພອນວັນຊາດລາວ ແລະ ມີຄວາມ ເຊື່ອໝັ້ນວ່າ ໄລຍະຈະມາເຖິງ, ປະຊາຊົນລາວ ຈະສືບຕໍ່ປະຕິບັດມະຕິຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 10 ຂອງພັກຢ່າງມີໄຊ:
        ໃນຕະຫຼອດ 42 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໄສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ບັນດາເຜົ່າ ອ້າຍນ້ອງບັນລຸໄດ້ຫຼາຍຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ. ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາຢ່າງໜັກແໜ້ນ, ການເມືອງ - ສັງຄົມສະຖຽນລະພາບ. ເສດຖະກິດບັນລຸທ່າເຕີບໂຕດີພໍສົມຄວນ. ໃນຊຸມປີຜ່ານມາ, ຍາມໃດ ລາວ ກໍ່ຢູ່ໃນກຸ່ມບັນດາປະເທດມີລະດັບການເຕີບໂຕເສດຖະກິດສູງສຸດໃນ ອາຊຽນ. ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ປະຊາຊົນລາວ ບັນດາເຜົ່າສາມັກຄີກັນ, ເຊື່ອໝັ້ນເຂົ້າໃນອະນາຄົດຂອງປະເທດຊາດ. 
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ປີ 2026, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ໂທລະພາບຫ່ງຊາດ ຫວຽດນາມ ປະຕິບັດທິດນຳທີ່ວ່າ: “ສາມັກຄີເປັນເອກະພາບ - ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ - ນະວັດຕະກຳ - ເປັນມືອາຊີບມີປະສິດທິຜົນ - ບຸກທະລຸຢ່າງຮອບດ້ານ - ປະຊາຊົນເຊື່ອໝັ້ນ - ເພື່ອນມິດຮັກແພງ - ຍົກລະດັບເຄື່ອງໝາຍການຄ້າ” ໃຫ້ເປັນຢ່າງດີ.

Top