• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ ຈີນ ປະຈຳ ອາເມລິກາ ອອກຖະແຫຼງການຄັດຄ້ານຕໍ່ເລື່ອງ ອາເມລິກາ ຮຽກຮ້ອງໃຫ້ປິດປະຕູສະຖານກົງສູນໃຫຍ່ຂອງ ຈີນ ປະຈຳ Houston

      ພາຍຫລັງກະຊວງການຕ່າງປະເທດ ຈີນ ມີປະຕິກິລິຍາຢ່າງເປັນທາງການ, ຕອນເຊົ້າວັນທີ 23 ກໍລະກົດ, ຕາມເວລາ ປັກກິງ, ສະຖານທູດ ຈີນ ປະຈຳ ອາເມລິກາ ກໍ່ໄດ້ອອກຖະແຫຼງການຄັດຄ້ານເລື່ອງ ອາເມລິກາ ຮຽກຮ້ອງໃຫ້ປິດປະຕູສະຖານກົງສູນໃຫຍ່ ຈີນ ປະຈຳ Houston.

ສະຖານກົງສູນໃຫຍ່ ຈີນ ປະຈຳ Houston (ພາບ: AFP)
      ຖະແຫຼງການໄດ້ເອົາລົງໃນເວັບໄຊຂອງສະຖານທູດ ຈີນ ປະຈຳ ອາເມລິກາ ໂດຍຊີ້ແຈ້ງວ່າ: ຈີນ ຄັດຄ້ານຢ່າງແຮງຕໍ່ການກະທຳຂອງ ອາເມລິກາ ກ່ຽວກັບເລື່ອງຮຽກຮ້ອງໃຫ້ປິດປະຕູສະຖານກົງສູນໃຫຍ່ ຈີນ ປະຈຳ Houston, ພ້ອມທັງຖືວ່າ: ນີ້ແມ່ນການກະທຳເກາະຜິດດ້ານການເມືອງ, ລະເມີດກົດໝາຍສາກົນ ແລະ ຫຼັກການພື້ນຖານໃນການພົວພັນສາກົນ ກໍ່ຄືບັນດາຂໍ້ກຳນົດທີ່ກ່ຽວຂ້ອງໃນສົນທິສັນຍາສະຖານກົງສູນລະຫວ່າງ ຈີນ - ອາເມລິກາ ຢ່າງຮ້າຍແຮງ.
        ກ່ອນໜ້ານັ້ນ, ວັນທີ 22 ກໍລະກົດ, ອາເມລິກາ ໄດ້ຮຽກຮ້ອງໃຫ້ປິດປະຕູສະຖານກົງສູນໃຫຍ່ຂອງ ຈີນ ປະຈຳນະຄອນ Houston ໃນຮອບເວລາ 72 ຊົ່ວໂມງໂດຍບັງເອີນ. ອະພິປາຍກ່ຽວກັບການຕົກລົງດັ່ງກ່າວ ຝ່າຍ ອາເມລິກາ ໄດ້ກ່າວຫາວ່າ ຈີນ ໄດ້ແຊກແຊງເຂົ້າບັນຫາພາຍໃນຂອງ ອາເມລິກາ ກໍ່ຄືລັກເອົາຊັບສິນທາງປັນຍາຂອງປະເທດນີ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top