• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດຫວຽດນາມປະຈຳລາວ ອວຍພອນວັນຄົບຮອບ 64 ປີຂອງພັກປະຊາຊົນປະຕິວັດລາວ

      ວັນທີ 20 ມີນາ, ຄະນະພະນັກງານສະຖານທູດຫວຽດນາມປະຈຳລາວ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ນຳໜ້າ ໄດ້ໄປຢ້ຽມຢາມຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ທີ່ນະຄອນຫຼວງວຽງຈັນເພື່ອ ອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22ມີນາປີ 1955 - ວັນທີ 22 ມີນາປີ 2019) 

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ມອບຊໍ່ດອກໄມ້ໃຫ້ຜູ້ຕາງໜ້າຄະນະພົວພັນຕ່າງປະເທດ
ສູນກາງພັກປະຊາຊົນປະຕິວັດລາວ
      ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ສະແດງຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈຕໍ່ໜ້າບັນດາໄຊຊະນະ ແລະ ຜົນງານອັນໃຫຍ່ຫຼວງຊຶ່ງປະຊາຊົນລາວອ້າຍນ້ອງຍາດມາໄດ້ໃນຕະຫຼອດພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະ 64 ປີທີ່ຜ່ານມາ. ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເຊື່ອໝັ້ນວ່າ 2 ຝ່າຍຈະສືບຕໍ່ປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງ 2 ປະເທດຢ່າງມີໄຊ.
    ສ່ວນທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ເນັ້ນໜັກວ່າ ສາຍພົວພັນມິດຕະພາບແບບພິເສດລະຫວ່າງລາວ-ຫວຽດນາມ ແມ່ນສາຍພົວພັນມີພຽງແຕ່ໜຶ່ງບໍ່ມີສອງໃນໂລກນີ້. ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຈະເຮັດສຸດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ແລະ ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໃຫ້ນັບມື້ນັບຂະຫຍາຍຕົວ, ແລະ ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ ​ອຸດ​ສາ​ຫະ​ກຳ ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ອາ​ເມ​ລິ​ກາ: ຫວຽດ​ນາມ ແມ່ນ​​ປາຍ​ທາງ​ທີ່​ດຶງ​ດູດ​ໃຈ​ທີ່​ສຸດ

ທ່ານ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ ​ອຸດ​ສາ​ຫະ​ກຳ ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ອາ​ເມ​ລິ​ກາ: ຫວຽດ​ນາມ ແມ່ນ​​ປາຍ​ທາງ​ທີ່​ດຶງ​ດູດ​ໃຈ​ທີ່​ສຸດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ John Neuffer ໄດ້ຕີລາຄາວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງບັນດາຄູ່ຮ່ວມມື ຫວຽດນາມ - ອາເມລິກາ ໃນຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າແມ່ນໃຫຍ່ຫຼວງທີ່ສຸດ

Top