
(ພິທີຕ້ອນຮັບບຸນປີໃໝ່ລາວ ພ.ສ 2561)
(ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດວິສາມັນ
ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ)
ທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນໃນພິທີຕ້ອນຮັບບຸນປີໃໝ່, ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ໄດ້ຕີລາຄາສູງການຊ່ວຍເຫຼືອຂອງຫວຽດນາມ ໃຫ້ແກ່ລາວ ໃນຕະຫຼອດໄລຍະຜ່ານມາ.
(ທ່ານນາງ ດັ້ງທິຫງອັກທິ້ງ, ຮອງປະທານປະເທດຫວຽດນາມ)
ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ທີ່ນີ້, ໂດຍຕາງໜ້າໃຫ້ພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ທ່ານນາງ ດັ້ງທິຫງອັກທິ້ງ, ຮອງປະທານປະເທດ ໄດ້ສົ່ງຄຳອວຍພອນປີໃໝ່ອັນດີງາມທີ່ສຸດເຖິງພັກ, ລັດ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ອ້າຍນ້ອງ, ພ້ອມທັງຢືນຢັນວ່າ.
“ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ເພື່ອເສີມຂະຫຍາຍບັນດາຜົນງານອັນດີງາມຂອງປີສາມັກຄີມິດຕະພາບຫວຽດນາມ - ລາວ 2017, ປີ 2018 ຈະແມ່ນປີມີຄວາມສະດວກເພື່ອໃຫ້ 2 ປະເທດພວກເຮົາຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ດ້ວຍບັນດາບາດກ້າວພັດທະນາໃໝ່, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ປະກອບສ່ວນສ້າງປະຊາຄົມອາຊຽນ ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢ່າງວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ”.
(ແຂກຜູ້ທີ່ມີກຽດໄດ້ພ້ອມກັນຟ້ອນລຳວົງ)
ພາຍຫຼັງຄຳກ່າວປາໄສ, ບັນດາເຈົ້າໜ້າທີ່, ແຂກຜູ້ທີ່ມີກຽດໄດ້ພ້ອມກັນເຂົ້າຮ່ວມພິທີບາສີສູ່ຂວັນ, ຟ້ອນລຳວົງ ແລະ ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງລາວ.
(ແຫຼ່ງຄັດຈາກ VOV)