• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງແມ່ນໜ້າທີ່ສຳຄັນ, ຕ້ອງປະຕິບັດເປັນປະຈຳ ແລະ ຍາວນານ

      ການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງແມ່ນໜ້າທີ່ສຳຄັນ, ຕ້ອງປະຕິບັດເປັນປະຈຳ, ທັງຮີບດ່ວນ, ທັງຫຍຸ້ງຍາກ, ສັບສົນ ແລະ ປະຕິບັດໃນໄລຍະຍາວ.
            ຕອນເຊົ້າວັນທີ 12 ທັນວາ ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມທົ່ວປະເທດສະຫຼຸບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄລຍະ 2013 – 2020. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງ ກ່ຽວກັບການສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ ໄດ້ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ… ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການຂັ້ນສູງການ, ແຂວງ, ນະຄອນຕ່າງໆ ພ້ອມດ້ວຍຜູ້ແທນເກືອບ 700 ທ່ານ ເຂົ້າຮ່ວມໂດຍກົງ ແລະ ມີຜູ້ແທນກວ່າ 5.000 ທ່ານເຂົ້າຮ່ວມທາງອອນລາຍ ຢູ່ ກວ່າ 80 ສະຖານທີ່ເຊື່ອມຕໍ່ໃນທົ່ວປະເທດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: VOV)
      ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ ການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງແມ່ນໜ້າທີ່ສຳຄັນ, ຕ້ອງປະຕິບັດເປັນປະຈຳ, ທັງຮີບດ່ວນ, ທັງຫຍຸ້ງຍາກ, ສັບສົນ ແລະ ປະຕິບັດໃນໄລຍະຍາວ; ຕ້ອງດຳເນີນຢ່າງຂ້ຽວຂາດ, ຢຶດໝັ້ນ, ຕໍ່ເນື່ອງຢູ່ທຸກຂັ້ນ, ທຸກຂະແໜງການ, ທຸກຂົງເຂດ; ດ້ວຍບັນດາບາດກ້າວເດີນທີ່ໝັ້ນແກ່ນ, ຕັ້ງໜ້າ, ເປັນເຈົ້ນການ ແລະ ມີຈຸດສຸມ; ຕ້ອງສ້າງກົນໄກ, ສະກັດກັ້ນຢ່າງແໜ້ນແຟ້ນ ເພື່ອບໍ່ສາມາດສໍ້ລາດບັງຫຼວງໄດ້. ທ່ານກໍສະເໜີໃຫ້ມີການແກ້ໄຂຢ່າງທັນການ, ຄົບຊຸດ ແລະ ເຂັ້ມງວດຕໍ່ບັນດາການກະທຳສໍ້ລາດບັງຫຼວງ; ລະດົມກຳລັງແຮງສັງລວມຂອງທັງລະບົບການເມືອງ ແລະ ທົ່ວສັງຄົມໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ. ແລະ ສິ່ງສຳຄັນທີ່ສຸດແມ່ນ ເສີມຂະຫຍາຍບົດບາດແກ່ນສານ ແລະ ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢ່າງແໜ້ນແຟ້ນ, ຄົບຊຸດ, ທັນການ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ໃນໂອກາດຕ້ອນຮັບບຸນເຕັດ ແລະ ລະດູບານໃໝ່ປີມະເສັງ 2025, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ແຈກຢາຍເງິນກ່ວາ 16 ຕື້ດົ່ງ ຈາກກອງທຶນ “ເພື່ອຄົນທຸກຍາກ” ສູນກາງ ໄປຍັງ ກອງທຶນ“ເພື່ອຄົນທຸກຍາກ” ຂອງ 63 ແຂວງ, ນະຄອນໃນທົ່ວປະເທດ

Top