• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ເກົາຫຼີ ແລະ ສ.ເກົາຫຼີ ເລີ່ມດຳເນີນການເຈລະຈາກ່ຽວກັບການຮ່ວມມືດ້ານເສດຖະກິດ

      ວັນທີ 25 ມິຖຸນາ, ສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ຈະເລີ່ມດຳເນີນບັນດາການເຈລະຈາຂັ້ນນັກວິຊາການກັບ ສປປ.ເກົາຫຼີ ໃນອາທິດນີ້ ກ່ຽວກັບບັນດາໂຄງການເສດຖະກິດສອງຝ່າຍ ເພື່ອແນໃສ່ຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ໃນການພົບປະສຸດຍອດລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ໃນວັນທີ 27 ເມສາ ຜ່ານມາ.

ການເຈລະຈາຂັ້ນສູງລະຫວ່າງຄະນະຜູ້ແທນ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຢູ່ບ້ານຢຸດຮົບປານມູນຈອມ
ໃນວັນທີ
1 ມິຖຸນາ. (ພາບ: THX/TTXVN)
      ຕາມກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ແລ້ວ, ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຄາດວ່າຈະຈັດຕັ້ງກອງປະຊຸມໃນວັນທີ 25 ມິຖຸນາຢູ່ສຳນັກງານປົກຄອງຂອງ ສ.ເກົາຫຼີ ຢູ່ບ້ານຢຸດຮົບ ປານມູນຈອມ - ເພື່ອປຶກສາຫາລືກ່ຽວກັບເລື່ອງເຊື່ອມຕໍ່ ແລະ ສ້າງບັນດາເສັ້ນທາງລົດໄຟຂ້າມຊາຍແດນໃຫ້ເປັນທັນສະໄໝ.
        ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຍັງຄາດຄະເນວ່າ ຈະຈັດຕັ້ງບັນດາການເຈລະຈາຕ່າງຫາກກ່ຽວກັບການຮ່ວມມືທີ່ກ່ຽວຂ້ອງເຖິງທາງບົກ ໃນວັນທີ 28 ມິຖຸນາ ຢູ່ Tongilgak - ຕຶກອາຄານທີ່ປານມູນຈອມ ນອນໃນບໍລິເວນຂອງ ສປປ.ເກົາຫຼີ. ນອກນັ້ນ, ວັນທີ 27 ມິຖຸນາ ຈະດຳເນີນການພົບປະລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ກ່ຽວກັບການຮ່ວມມືທາງດ້ານປ່າໄມ້, ແຕ່ສະຖານທີ່ຈັດການເຈລະຈານັັ້ນ ຍັງບໍ່ທັນໄດ້ຕັດສິນເທື່ອ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top