• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປຊ ແລະ ສະຫະພັນລັດຖະສະພາໂລກ (IPU) ຊຸກຍູ້ການຟື້ນຟູແບບຍືນຍົງຫຼັງໂຄວິດ - 19

ທ່ານ Abdulla Shahid ຍັງໃຫ້ຮູ້ວ່າ ໂລກຄວນມີການຊີ້ນຳນຳພາ ແລະ ການຮ່ວມມືເພື່ອປະຕິບັດໂຄງການວັກຊິນຢ່າງສະເໝີພາບ, ຟື້ນຟູແບບຍືນຍົງ ແລະ ຫັນໂຄງການດຳເນີນງານການພັດທະນາຮອດປີ 2030 ພ້ອມກັບຫຼາຍບັນຫາອື່ນໆໃຫ້ປະກົດຜົນເປັນຈິງ.

ທ່ານ Abdulla Shahid ປະທານສະມັດຊາໃຫຍ່ ສປຊ (ພາບ: THX/TTXVN)

ໃນວັນທີ 17 ແລະ 18 ກຸມພາ, ຢູ່ສຳນັກງານ ສປຊ ທີ່ນະຄອນນິວຢອກ ປະເທດ ອາເມລິກາ ໄດ້ດຳເນີນກອງປະຊຸມລັດຖະສະພາ ປີ 2022 ຕາມຂໍ້ລິເລີ່ມລວມຂອງ ສປຊ ແລະ ສະຫະພັນລັດຖະສະພາໂລກ (IPU) ເພື່ອແນໃສ່ຊຸກຍູ້ຄວາມມານະພະຍາຍາມລວມໃນການຟື້ນຟູໂລກ ແບບຍືນຍົງຫຼັງໂຄວິດ - 19. ກອງປະຊຸມມີການເຂົ້າຮ່ວມຂອງ ສະມາຊິກລັດຖະສະພາເກືອບ 200 ທ່ານຈາກຫຼາຍປະເທດໃນໂລກ ແລະ ເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນໂດຍກົງນັບແຕ່ເກີດໂລກລະບາດໂຄວິດ - 19ມາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Abdulla Shahid ປະທານສະມັດຊາໃຫຍ່ ສປຊ ເນັ້ນໜັກວ່າ ເປົ້າໝາຍລວມຂອງ ສປຊ ແລະ IPU ແມ່ນຊຸກຍູ້ການຮ່ວມມືທົ່ວໂລກ ແລະ ລັດທິຫຼາຍຝ່າຍ ໃນນັ້ນບັນຫາລັດຖະສະພາຈະນຳເອົາມະຕິຂອງ ສປຊ ເຂົ້າໃນລະບົບກົດໝາຍຂອງແຕ່ລະປະເທດ, ພ້ອມທັງກໍ່ແມ່ນອົງການຖ່າຍທອດບັນດາບັນຫາໃຫຍ່ຂອງຊາດໄປຍັງ ສປຊ ແລະ ປະຊາຄົມສາກົນ. ທ່ານ Abdulla Shahid ຍັງໃຫ້ຮູ້ວ່າ ໂລກຄວນມີການຊີ້ນຳນຳພາ ແລະ ການຮ່ວມມືເພື່ອປະຕິບັດໂຄງການວັກຊິນຢ່າງສະເໝີພາບ, ຟື້ນຟູແບບຍືນຍົງ ແລະ ຫັນໂຄງການດຳເນີນງານການພັດທະນາຮອດປີ 2030 ພ້ອມກັບຫຼາຍບັນຫາອື່ນໆໃຫ້ປະກົດຜົນເປັນຈິງ.


(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top