• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານຄຸ້ມຄອງ, ບໍລິຫານລາຄາ ປະກອບສ່ວນເຂົ້າໃນການຮັກສາເສດຖະກິດມະຫາພາກ ເປັນປົກກະຕິ

      ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕິດຕາມສະພາບການຜັນແປຂອງ ການສະໜອງ ແລະ ຄວາມຕ້ອງການ ທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງໃກ້ຊິດ.
ພາບປະກອບ:  vneconomy.vn
      ຕອນເຊົ້າວັນທີ 26 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ເປັນປະທານ ກອງປະຊຸມຄະນະຊີ້ນຳ, ບໍລິຫານລາຄາ ຂອງລັດຖະບານ ໄຕມາດທີ 4 ຕີລາຄາວຽກງານຄຸ້ມຄອງ, ບໍລິຫານລາຄາ ໃນໄລຍະທີ່ຜ່ານມາ ກຳນົດທິດໃນຊຸມເດືອນທ້າຍປີ 2021, ຄາດຄະເນວຽກງານບໍລິຫານລາຄາໃນປີ 2022. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ໃຫ້ຂໍ້ສັງເກວ່າ: ການປະຕິບັດວຽກງານຄຸ້ມຄອງ, ບໍລິຫານລາຄາ ໃນໄລຍະຜ່ານມາ  ໄດ້ປະກອບສ່ວນເຂົ້າໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ວິສາຫະກິດ, ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປທີ່ສັບສົນ ແລະ ແກ່ຍາວ. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕິດຕາມສະພາບການຜັນແປຂອງ ການສະໜອງ ແລະ ຄວາມຕ້ອງການ ທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງໃກ້ຊິດ. ບໍລິຫານຕາມຫຼັກການຕະຫຼາດ, ສົມທົບກັບວຽກງານກວດກາ ເພື່ອຮັກສາລາຄາເປັນປົກກະຕິນັບແຕ່ນີ້ຮອດທ້າຍປີ, ເປັນຕົ້ນແມ່ນໃນໂອກາດບຸນປີໃໝ່ປະຈຳຊາດ.
(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top