• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານການຕ່າງປະເທດຕ້ອງນຳໜ້າໃນການຮັກສາສັນຕິພາບ, ສະຖຽນລະພາບ

ຕອນເຊົ້າວັນທີ 27 ສິງຫາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງການທູດ (28/08/1945 – 28/08/2020) ແລະ ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດໄລຍະ 2020 – 2025.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

75 ປີຜ່ານມາ, ຂະແໜງການທູດບັນລຸໄດ້ບັນດາຜົນງານສຳຄັນທີ່ເປັນໜ້າເອກອ້າງທະນົງໃຈ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດປົດປ່ອຍປະເທດຊາດ, ທ້ອນໂຮມປະເທດເປັນເອກະພາບກ່ອນນີ້ ກໍ່ຄືສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມໃນວັນນີ້. ບັນດາຄວາມມານະພະຍາຍາມຂອງຂະແໜງການທູດໄດ້ຊ່ວຍໃຫ້ ຫວຽດນາມ ສ້າງຕັ້ງການພົວພັນການຕ່າງປະເທດເປີດກ້ວາງກັບ 189 ປະເທດສະມາຊິກຂອງສະຫະປະຊາຊາດ, ສ້າງ 30 ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ.

          ຂະແໜງການທູດໄດ້ປະກອບສ່ວນສຳຄັນເຂົ້າໃນການຍູ້ແຮງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຮັບຜິດຊອບບັນດາໜ້າທີ່ສຳຄັນສາກົນໃຫຍ່ເປັນຢ່າງດີຄື ປະທານ ອາຊຽນ, ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ປະທານສະພາລັດຖະສະພາລະຫວ່າງບັນດາປະເທດ ອາຊຽນ…ພິເສດ ໄລຍະມໍ່ໆມານີ້ ຂະແໜງການທູດໄດ້ຜັນຂະຫຍາຍການເຄື່ອນໄຫວທາງການທູດຕາມຮູບການອອນລາຍເປັນຢ່າງດີ ເມື່ອເກີດໂລກລະບາດ

          ສະພາບການໃນໂລກມີບັນດາການຜັນແປຢ່າງສັບສົນ, ເກີດໄພທຳມະຊາດ, ເກີດການປ່ຽນແປງຂອງດິນຟ້າອາກາດຢ່າງຮ້າຍແຮງ, ໂລກລະບາດຍັງແຜ່ລາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ສິ່ງທ້າທາຍທີ່ມີຕໍ່ປະເທດ ກໍ່ຄືຂະແໜງການທູດແມ່ນໃຫຍ່ຫລວງ. ທ່ານ ຫງວຽນຊວັນຟຸກ ຮຽກຮ້ອງວ່າ:

          “ວຽກງານການຕ່າງປະເທດຕ້ອງສືບຕໍ່ເສີມຂະຫຍາຍບົດບາດນຳໜ້າ ໃນການຮັກສາສະພາບແວດລ້ອມແຫ່ງການສັນຕິພາບ, ສະຖຽນລະພາບ, ດຶງດູດແຫຼ່ງກຳລັງຈາກພາຍນອກໃຫ້ໄດ້ຢ່າງສຸດຂີດ ເພື່ອສ້າງຄວາມຜູກພັນຢ່າງກົມກຽວກັບການເສີມຂະຫຍາຍກຳລັງແຮງພາຍໃນ, ເພື່ອພັດທະນາໄວ, ຍືນຍົງ, ຍົກສູງບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນຂອງ ຫວຽດນາມ.

          ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ຂະແໜງການທູດ ຕ້ອງປະຕິບັດເລື່ອງຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມືໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ເປັນປົກກະຕິ, ໝັ້ນຄົງເປັນຢ່າງດີ; ເພີ່ມທະວີການພົວພັນການທູດດ້ານເສດຖະກິດ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ຍົກລະດັບ ຍູ້ແຮງການພົວພັນຕ່າງປະເທດຫລາຍຝ່າຍລະຫວ່າງ ຫວຽດນາມ ກັບບັນດາປະເທດໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top