• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສ​າ​ຫະ​ກິດ​ບືນ​ຕົວ​ຂຶ້ນ​ໃນ​ສັງ​ກາດ​ສີ​ຂຽວ

ພິທີປະກາດບັນດາວິສາຫະກິດເຄື່ອນໄຫວແບບຍືນຍົງ ຢູ່ ຫວຽດນາມ ປີ 2024 ດ້ວຍຫົວຂໍ້ “ວິສາຫະກິດບືນຕົວຂຶ້ນໃນສັງກາດສີຂຽວ” ໂດຍສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງ ຫວຽດນາມ ຂຶ້ນກັບສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດຂຶ້ນໃນຕອນຄ່ຳວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ.
ທ່ານປະທານ VCCI, ຫົວໜ້າຄະນະຊີ້ນຳ CSI 2024 ຟ້າມເຕິນກົງ (ພາບ: Vietnam+)

ໃນເຫດການນີ້, ມີວິສາຫະກິດເຄື່ອນໄຫວແບບຍືນຍົງດີເດັ່ນ 100 ແຫ່ງ ຢູ່ທັງຂົງເຂດການຜະລິດ ແລະ ການຄ້າ - ການບໍລິການ ໄດ້ຮັບການເຊີດຊູ.

ກ່າວຄຳເຫັນທີ່ພິທີປະກາດ, ທ່ານປະທານ VCCI, ຫົວໜ້າຄະນະຊີ້ນຳໂຄງການວິສາຫະກິດເຄື່ອນໄຫວແບບຍືນຍົງ ຢູ່ ຫວຽດນາມ ຟ້າມເຕິນກົງ, ໃຫ້ຮູ້ວ່າ:

“ປີນີ້, ໂຄງການດັ່ງກ່າວໄດ້ດຶງດູດເກືອບ 500 ວິສາຫະກິດໃນທົ່ວປະເທດເຂົ້າຮ່ວມ, ໂດຍເຄື່ອນໄຫວຢູ່ທຸກຂົງເຂດ, ຂະແໜງອາຊີບ. ໃນນັ້ນ, ອັດຕາວິສາຫະກິດພາຍໃນປະເທດ ແລະ ວິສາຫະກິດຫາກໍ່ເຂົ້າຮ່ວມຄັ້ງທຳອິດ ຮັບຮູ້ລະດັບການເຕີບໂຕສູງ ເມື່ອທຽບໃສ່ 3 ປີມໍ່ໆມານີ້, 62% ແລະ 35% ຕາມລຳດັບ. ຕົວເລກດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ລະດັບຄວາມເອົາໃຈໃສ່ເຖິງການພັດທະນາແບບຍືນຍົງຂອງບັນດາວິສາຫະກິດພາຍໃນປະເທດ ໄດ້ມີການປົວແປງຫຼາຍພໍສົມຄວນ - ນີ້ແມ່ນສັນຍານທີ່ໜ້າຊື່ນຊົມ, ສ່ອງແສງໃຫ້ເຫັນ ສະຕິຄວາມຮັບຮູ້ ແລະ ການກະທຳຂອງວິສາຫະກິດ ຫວຽດນາມ ມີການປ່ຽນແປງ”.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top