• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ ໝາກ​ຜົນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່​ຂອງ ຫວຽດ​ນາມ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ໄດ້ຕີລາຄາສູງ ຕໍ່ການປະກອບສ່ວນຂອງປະຊາຄົມວິສາຫະກິດ ອາເມລິກາ ໃນການຊຸກຍູ້ການຮ່ວມມືເສດຖະກິດສອງຝ່າຍ ແລະ ຄຳໝັ້ນສັນຍາຂອງລັດຖະບານ ອາເມລິກາ ຈະປະກອບເງິນຈຳນວນ 4 ຕື້ USD ໃຫ້ແກ່ໂຄງການ COVAX.
ການໂອ້ລົມສົນທະນາຜ່ານທາງອອນລາຍ ລະຫວ່າງທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ແລະ ປະຊາຄົມວິສາຫະກິດ ອາເມລິກາ

ຕອນເຊົ້າວັນທີ 30 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ໄດ້ເປັນປະທານການໂອ້ລົມສົນທະນາຜ່ານທາງອອນລາຍກັບປະຊາຄົມວິສາຫະກິດ ອາເມລິກາ ເພື່ອແບ່ງປັນກ່ຽວກັບວິໄສທັດ, ຂໍ້ລິເລີ່ມ ແລະ ມາດຕະການຊຸກຍູ້ການພົວພັນ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ກໍຄື ໜູນຊ່ວຍ ຫວຽດນາມ ໃນວິວັດການຟື້ນຟູ, ພັດທະນາເສດຖະກິດ ພາຍຫຼັງໄລຍະເກີດໂລກລະບາດ ໂຄວິດ - 19.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ໄດ້ຕີລາຄາສູງ ຕໍ່ການປະກອບສ່ວນຂອງປະຊາຄົມວິສາຫະກິດ ອາເມລິກາ ໃນການຊຸກຍູ້ການຮ່ວມມືເສດຖະກິດສອງຝ່າຍ ແລະ ຄຳໝັ້ນສັນຍາຂອງລັດຖະບານ ອາເມລິກາ ຈະປະກອບເງິນຈຳນວນ 4 ຕື້ USD ໃຫ້ແກ່ໂຄງການ COVAX. ພ້ອມທັງປາດຖະໜາວ່າ ລັດຖະບານ ແລະ ປະຊາຄົມວິສາຫະກິດ ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການສຳຜັດກັບບັນດາແຫຼ່ງສະໜອງວັກຊິນ, ກໍຄືໃນການຜະລິດ ແລະ ຖ່າຍທອດເຕັກໂນໂລຢີຜະລິດວັກຊິນ.

        ຜູ້ຕາງໜ້າປະຊາຄົມວິສາຫະກິດ ອາເມລິກາ ລ້ວນແຕ່ຕີລາຄາສູງໝາກຜົນຂອງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ການພັດທະນາເສດຖະກິດຂອງ ຫວຽດນາມ, ຄວາມສາມາດບົ່ມຊ້ອນໃນການພົວພັນເສດຖະກິດລະຫວ່າງສອງປະເທດ, ບັນດາຂໍ້ສະເໜີ, ຂໍ້ລິເລີ່ມກ່ຽວກັບການຮ່ວມມືພັດທະນາເສດຖະກິດດີຈີຕອນ, ພື້ນຖານໂຄງລ່າງ, ພະລັງງານຜະລິດຄືນໃໝ່, ພະລັງງານສະອາດ, ການພັດທະນາແບບຍືນຍົງຂອງ ຫວຽດນາມ.

 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top