• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຕານ​ຊາ​ນີ ສຶກ​ສາ​ຄົ້ນ​ຄວ້າ​ກາ​ລະ​ໂອກ​າດ​ສົ່ງ​ເສີ​ມ​ການ​ລົງ​ທຶນ​ສອງ​ຝ່າຍ

ວັນທີ 21 ກໍລະກົດ, ມີຜູ້ແທນກວ່າ 80 ຄົນ ທີ່ມາຈາກກະຊວງ, ຂະແໜງການ ຫວຽດນາມ ແລະ ຕານຊານີ ພ້ອມກັບຜູ້ຕາງໜ້າວິສາຫະກິດສອງປະເທດ ໄດ້ເຂົ້າຮ່ວມເວທີປາໄສລົງທຶນ ຫວຽດນາມ - ຕານຊານີ ດ້ວຍຮູບການເຊິ່ງໜ້າສົມທົບກັບທາງໄກ.
  ທ່ານ ຫງວຽນນາມຕຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕານຊານີ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)  

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫງວຽນນາມຕຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕານຊານີ ຢັ້ງຢືນວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນຮ່ວມມື ແລະ ທ່າແຮງຫຼາຍຢ່າງ ສາມາດເພີ່ມເຕີມໃຫ້ກັນ ເພື່ອພ້ອມກັນພັດທະນາ. ຕານຊານີ ມີຄວາມສາມາດຕອບສະໜອງບັນດາຄວາມຕ້ອງການຂອງ ຫວຽດນາມ ກ່ຽວກັບແຫຼ່ງສະໜອງວັດຖຸດິບ, ເຊື້ອເພີງ, ຕະຫຼາດສົ່ງອອກສິນຄ້າ, ການບໍລິການ, ຊັບພະຍາກອນ ແລະ ການລົງທຶນຫຼາກຫຼາຍຮູບແບບ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ສອງຝ່າຍໄດ້ສ້າງນິຕິກຳໃຫ້ເປັນພື້ນຖານ; ຜ່ານເວທີປາໄສຄັ້ງນີ້, ວິສາຫະກິດສອງປະເທດຈະໝູນໃຊ້ກາລະໂອກາດ, ເສີມຂະຫຍາຍຈຸດດີ, ແກ້ໄຂທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອເພີ່ມທະວີການແລກປ່ຽນ, ແນໃສ່ບັນລຸໄດ້ຫຼາຍໂຄງການຮ່ວມມືໃຫ້ມີປະສິດທິຜົນ ແລະ ແທດຈິງ.

(ແຫຼ່ງຄັດຈາກ VOV)

ໄຂ​ງານ​ວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ ໂຮ່​ຈີ​ມິ​ນ ໃນ​ສິ​ລະ​ປະປະ​ຕິ​ມາ​ກຳ

ໄຂ​ງານ​ວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ “ໂຮ່​ຈີ​ມິ​ນ ໃນ​ສິ​ລະ​ປະປະ​ຕິ​ມາ​ກຳ”

ຈິດຕະກອນ ເຈິນຢຸຍຈຸກ ຜູ້ມີຜົນງານ “ດ້ຽນບຽນຝູ ໜ້າປະຫວັດສາດຄຳອັນສົດໃສຂອງຊາດ” ໄດ້ວາງສະແດງຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ ຄັ້ງນີ້.

Top