• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ ຫວຽດ​ນາມ ລົງ​ທຶນ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ

ບົດລາຍການການຄ້າເອເລັກໂຕນິກ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ໂດຍ ອົງການ OpenGov Asia ປະກາດຫວ່າງມໍ່ໆມານີ້ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນແມ່ນຕະຫຼາດການຄ້າເອເລັກໂຕນິກພັດທະນາໄວທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້.
ພາບປະກອບ: VGP

ດ້ວຍການເຕີບໂຕຢ່າງແຮງຂອງຂົງເຂດການຄ້າເອເລັກໂຕນິກ, ມີວິສາຫະກິດຫວຽດນາມ ຫຼາຍແຫ່ງພວມລົງທຶນເຂົ້າການພັດທະນາບັນດາຊ່ອງທາງຂາຍເຄື່ອງແບບທາງໄກ. ນີ້ໄດ້ຮັບຖືວ່າແມ່ນເໝາະສົມກັບຄວາມນິຍົມ, ວິທີການສຳຜັດກັບລູກຄ້າຢ່າງມີປະສິດທິຜົນ ແລະ ໄວກ່ວາ.

ບົດລາຍງານການຄ້າເອເລັກໂຕນິກ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ໂດຍ ອົງການ OpenGov Asiaປະກາດຫວ່າງມໍ່ໆມານີ້ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນແມ່ນຕະຫຼາດການຄ້າເອເລັກໂຕນິກພັດທະນາໄວທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. ໃນ 4 ປີຜ່ານມາ, ຕະຫຼາດການຄ້າເອເລັກໂຕນິກ ຫວຽດນາມ ມີລະດັບການເຕີບໂຕຢູ່ປົກກະຕິເຊິ່ງໄລ່ສະເລ່ຍໃນແຕ່ລະປີຢູ່ລະດັບສູງທີ່ສຸດໃນໂລກ ແຕ່ 16 – 30%. ທ່ານປ.ອ ຫວໍຈີແທັງ, ນັກຊ່ຽວຊານດ້ານເສດຖະກິດ ຖືວ່າ:

ການພັດທະນາການຄ້າເອເລັກໂຕນິກ ມີຄວາມສາມາດບົ່ມຊ້ອນ ແລະ ແມ່ນໂອກາດທີ່ໃຫຍ່ຫຼວງທີ່ສຸດ. ບໍ່ແມ່ນບັງເອີນພວກເຮົາຖືການຫັນເປັນດີຈີຕອນ, ການພັດທະນາເສດຖະກິດດີຈີຕອນແມ່ນກາລະໂອກາດທີ່ດີສຳລັບ ຫວຽດນາມ ເຊິ່ງແມ່ນປະເທດມີການພັດທະນາທາງຫຼັງ ອາດຈະພັດທະນາເທົ່າທຽບກັນກັບຍຸກສະໄໝ, ກັບບັນດາປະເທດ. ອາດເວົ້າໄດ້ວ່າ ການຄ້າເອເລັກໂຕນິກແມ່ນພາກສ່ວນທີ່ສຳຄັນທີ່ສຸດຂອງພື້ນຖານເສດຖະກິດດີຈີຕອນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ການຢ້ຽມຢາມ 2 ປະເທດດັ່ງກ່າວຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ ແລະ ທ່ານ Emmanuel Macron, ປະທານາທິບໍດີ ສ.ຝລັ່ງ.

Top