• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ

ຫຼຽນໄຊແຮງງານຊັ້ນ 2 ແມ່ນລາງວັນທີ່ສົມກັບການອຸທິດສ່ວນ, ແມ່ນການຮັບຮູ້ການປະກອບສ່ວນທີ່ດີເດັ່ນຂອງ Metfone ໃນຕະຫຼອດໄລຍະ 15 ປີຜ່ານມາ ນັບທັງຜົນງານໃນການດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຢູ່ ກຳປູເຈຍ, ຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ - ກຳປູເຈຍ, ກໍຄື ຢັ້ງຢືນກຳລັງຄວາມສາມາດຂອງວິສາຫະກິດກອງທັບ ຫວຽດນາມ.
ທ່ານພົນເອກຟານວັນຢາງ ມອບຫຼຽນໄຊແຮງງານຊັ້ນ 2 ໃຫ້ແກ່ ບໍລິສັດ Metfone (ພາບ: VOV)

ຕອນບ່າຍວັນທີ 26 ພະຈິກ, ຢູ່ພະນົມເປັນ, ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ ຫວຽດນາມ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ ແຕ່ວັນທີ 23 – 26 ພະຈິກ, ທ່ານໄດ້ມອບຫຼຽນໄຊແຮງງານຊັ້ນ 2 ໃຫ້ແກ່ບໍລິສັດ Metfone, ເຊິ່ງເປັນບໍລິສັດລູກຂອງກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ຢູ່ ກຳປູເຈຍ.

ກ່າວຄຳເຫັນກັບພະນັກງານ Metfone ຢູ່ພິທີ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫຼຽນໄຊແຮງງານຊັ້ນ 2 ແມ່ນລາງວັນທີ່ສົມກັບການອຸທິດສ່ວນ, ແມ່ນການຮັບຮູ້ການປະກອບສ່ວນທີ່ດີເດັ່ນຂອງ Metfone ໃນຕະຫຼອດໄລຍະ 15 ປີຜ່ານມາ ນັບທັງຜົນງານໃນການດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຢູ່ ກຳປູເຈຍ, ຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ - ກຳປູເຈຍ, ກໍຄື ຢັ້ງຢືນກຳລັງຄວາມສາມາດຂອງວິສາຫະກິດກອງທັບ ຫວຽດນາມ.

Metfone ເປັນຄູ່ຮ່ວມມືຍຸດທະສາດໃນບັນດາໂຄງການຫັນເປັນດີຈີຕອນແຫ່ງຊາດ, ການຮ່ວມມືກັບເກືອບທຸກກະຊວງ, ຂະແໜງການໃນລັດຖະບານ ກຳປູເຈຍ, ດ້ວຍບັນດາມາດຕະການພົ້ນເດັ່ນໃນບັນດາຂົງເຂດການສຶກສາ, ສາທາລະນະສຸກ, ການຊຳລະການເງິນ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top